ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 19 มิถุนายน พ.ศ. 2560

    ອົງການ NASA ອາດຈະສ້າງ GPS ເພື່ອນໍາພາ ການເດີນທາງ ຢູ່ ອາວະກາດ

    ທ່ານ Zaven Arzouman, ນັກວັດຖຸອາວະກາດ ທີ່ອົວການ NASA ກໍາລັງຈັບແບບຂອງເລນກ້ອງສ່ອງໂທລະພາຍ NICER ຂຶ້ນມາເບິ່ງ
    ຄົນ​ເດີນທາງ​ໃນທຸກ​ມື້ນີ້ ບໍ່ວ່າຈະ​ໄປທາງບົກ, ທາງ​ນໍ້າ ​ຫຼຼືທາງ​ອາກາດ ກໍຕາມ ລ້ວນ​ແຕ່​
    ຈະອາ​ໄສລະບົບ​ນໍາ​ທາງ​ທີ່​ຕັ້ງຢູ່​ໃນ​ດາວ​ທຽມ ຊຶ່ງ​ມັກ​ເອີ້ນກັນ​ວ່າ GPS, ​ຊຶ່ງໂຕອັກສອນ
    G ມາ​ຈາກ​ຄໍາ​ວ່າ Global ຫລືໂລກ. ພວກ​ນັກວິທະຍາສາດທີ່ອົງການຄຸ້ມຄອງການບິນ
    ​ແລະ​ອາ​ວະ​ກາດ ຫລື NASA ​ຈະ​ເລີ້ມທໍາ​ການ​ທົດ​ລອງໃນ​ໄວໆນີ້ ​ເພື່ອ​ແນ​ໃສ່ ປ່ຽນ
    ຈາກ Global ຫລືໂລກ ມາ​ເປັນ Galactic ຫລື​ກາ​ເລັກ​ຊີ. ​ແລະ​ເນື່ອງ​ຈາກ​ເຫດຜົນ​ນີ້
    ພວກ​ເຂົາເຈົ້າ​ຈຶ່ງມີ​ແຜນ ​ທີ່​ຈະ​ໃຊ້ດວງ​ດາວນີວຕຣອນ ທີ່​ເອີ້ນກັນ​ວ່າ pulsars ​ຫລື
    ແຫ​ລ່ງພະລັງງານ​ວິທະຍຸຢູ່​ໃນ​ກາ​ລັກ​ຊີ ເປັນ​ໄຟ​ນໍາ​ທາງ​ບອກ​ທີ່​ໝາຍ. George Putic
    ຈາກ VOA ໄດ້​ໄປ​ຢ້ຽມຢາມ​ສູນ​ກາງ​ການບິນ Goddard ຂອງອົງການ NASA ​ເພື່ອ​
    ໂອ້​ລົມກັບນັກ​ດາລາສາດ​ຟີ​ຊິກ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ໂຄງການ​ດັ່ງກ່າວ.


    ການ​ສົ່ງ​ຍານ​ອາ​ວະ​ກາດບັນທຸກ​ສິນຄ້າ Dragon ​ໄປ​ຫາ​ສະຖານີ​ອາ​ວະ​ກາດ​ສາກົນ
    ອາດ​ຈະນໍາໄປບັນທຶກ​ຢູ່​ໃນ​ປະ​ຫວັດ​ສາດຂອງ​ການຄົ້ນຄວ້າ​ກ່ຽວກັບ​ອາ​ວະ​ກາດວ່າ
    ເປັນ​ການ​ເລີ້ມຕົ້ນຂອງ​ລະບົບນໍາ​ທາງຢູ່​ລະຫວ່າງ​ດວງ​ດາວ ​ໃນ​ອະນາຄົດ.
    ພ້ອມໆກັບການສະໜອງ​ສິນຄ້າໃໝ່ໆ​ໃຫ້, ຍານ Dragon ​ໄດ້​ບັນທຸກ​ກ້ອງສ່ອງ​ໂທລະ
    ພາບ​ພິ​ເສດ ທີ່​ເອີ້ນກັນ​ວ່າການ​ຄົ້ນພົບ​ສິ່ງ​ປະກອບ​ຢູ່​ພາຍ​ໃນ​ດວງ​ດາວ​ນີວຕຣອນ
    (Neutron Star Interior Composition Explorer) ຫລື NICER ທີ່​ຈະໃຊ້​ເບິ່ງ​
    ດວງ​ດາວທີ່​ລຶກລັບ​ພວກ​ນີ້ຢ່າງລະອຽດ​ກວ່າ​ເກົ່າ.
    ດວງ​ດາວ​ພວກ​ນີ້ນ້ອຍ ມັນ​ມີເສັ້ນຜ່າ​ໃຈກາງປະມານ 15 ຫາ 20 ກິ​ໂລ​ແມັດ ​ແຕ່​ ກໍສາມາດບັນຈຸສິ່ງຂອງທີ່​ມີນໍ້າໜັກ​ຫລາຍ​ເຖິງ​ສອງ​ເທື່ອ​ຂອງ​ນໍ້າໜັກທີ່ຕາ​ເວັນຂອງ​
    ພວກ​ເຮົາ ຊຶ່ງ​ເຮັດ​ໃຫ້​ມັນມີຄວາມໜາ​ແໜ້ນຫລາຍເຖິງ​ຂັ້ນວ່າ ວັດຖຸ​ຂອງດາວນີວ
    ຕຣອນ ໜຶ່ງ​ບ່ວງໜັກປະມານ 10 ລ້ານ​ໂຕນ. ທ່ານ ZAVEN ARZOUMANIAN
    ຮອງ​ຫົວໜ້ານັກ​ຄົ້ນຄວ້າ ທີ່​ໜ່ວຍປະຕິບັດ​ງານ NICER ກ່າວ​ວ່າ:
    "ຢູ່ໃນ​ຄວາມໜາ​ແໜ້ນປະເພດ​ເຫລົ່ານັ້ນ ພວກ​ເຮົາ​ບໍ່ຮູ້​ວ່າວັດຖຸມີ​ປະຕິກິລິຍາ​ແນວ​
    ໃດ,ພວກ​ເຮົາ​ບໍ່ຮູ້​ວ່າວັດຖຸ​ນັ້ນ​ແມ່ນ​ຫຍັງ​ກັນ​ແທ້ ສະນັ້ນ ພວກ​ເຮົາ​ຈຶ່ງ​ບໍ່ຮູ້​ວ່າ ດາວ
    ນີວຕຣອນເຮັດ​ດ້ວຍ​ຫຍັງ ພວກ​ເຮົາ​ບໍ່ຮູ້​ອີກ​ວ່າ​ແມ່ນ​ຫຍັງ​ເຂົ້າ​ໄປ​ຢູ່​ໃນດາວ​ພວກ​ນີ້ຊໍ້າ."
    ​ແຕ່​ວ່າ ພວກດາວນີວຕຣອນກໍແມ່ນມີລັກສະນະ​ທີ່ໜ້າສົນ​ໃຈ ​ແລະ​ເປັນ​ປະ​ໂຫຍດ​ຢູ່.
    ນັບຕັ້ງ​ແຕ່ຂົ້ວ​ເໜືອຫາ​ຂົ້ວ​ໃຕ້ ​ຂອງ​ດາວໜ່ວຍ​ນີ້ ມັນ​ໄດ້​ປ່ອຍ​ເລົາ​ແສງ​ແວວ​ວາວ
    ເຫລື້ອມໆ ເອັກສເຣ ອອກມາ. ​ເວ​ລາ​ມັນ​ປິ່ນ​ຢ່າງໄວໆ ດ້ວຍຄວາມໄວຢ່າງສະມໍ່າສະ
    ເໝີ ຖ້າ​ຫາກເລົາ​ແສງ​ເຫລົ່ານັ້ນ ສົ່ງ​ແສງ​ເຫລື້ອມມາ​ທິດ​ທາງ​ຂອງ​ພວກ​ເຮົາ​ ພວກ​ເຮົາ
    ກໍ​ຈະ​ “ເຫັນ​ວ່າ” ​ມັນ​ເປັນ​ເລົາ​ແສງທີ່ເຕັ້ນ​ເປັນຈັງ​ຫວະ.
    ​ເວລາ​ທີ່​ຄົງຕົວ​ຢູ່​ຢ່າງ​ດີເລີດ​ຂອງສັນຍານພວກ​ນັ້ນ ​ແລະເນື່ອງ​ຈາກ​ວ່າຕົວ​ຈິງ​ແລ້ວ
    ພວກ​ມັນ​ຢູ່​ໃນ​ທ່າ​ທີ່​ຕັ້ງຄົງ​ຕົວໃສ່​ກັບ​ໜ່ວຍ​ໂລກ, ຈຶ່ງ​ເຮັດ​ໃຫ້​ດາວ​ເຫລົ່ານີ້ເປັນຄ້າຍຄື
    ​ກັນ​ກັບດາວ​ທຽມຂອງ GPS.
    ໃນ​ການ​ທົດ​ລອງທີ່​ມີ​ຊື່​ຫລິ້ນວ່າ SEXTANT ນັ້ນ ພວກນັກວິທະຍາສາດ ຈະ​ຄົ້ນພົບ
    ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໃຊ້ pulsars ​ຫລືແຫ​ລ່ງພະລັງງານ​ວິທະຍຸຢູ່​ໃນ​ກາ​ລັກ​ຊີ
    ສໍາລັບ​ການ​ນໍາ​ທາງຢູ່​ລະຫວ່າງ​ດວງ​ດາວ​ໄດ້ຢ່າງ​ແມ່ນຢໍາ.
    ທ່ານ JASON MITCHELL ຜູ້​ຈັດການ​ໂຄງການ ຂອງໜ່ວຍດໍາ​ເນີນ​ງານ
    SEXTANT ກ່າວ​ວ່າ:
    "​ເຮົາ​ມັກ​ຈະ​ໄດ້​ຍິນ​ຄົນ​ເອີ້ນດາວ​ທຽມ ​ແລະ GPS ວ່າ​ ອົງ​ປະກອບ​ຂອງ​ອາ​ວະ​ກາດ
    ​ໂດຍທີ່​ວ່າອົງ​ປະກອບ​ຂອງ​ອາ​ວະ​ກາດສໍາລັບ​ເຮົາ​ແລ້ວ ​ແມ່ນ​ກາຍ​ເປັນ pulsars ​
    ຫລືແຫ​ລ່ງພະລັງງານ​ວິທະຍຸຢູ່​ໃນ​ກາ​ລັກ​ຊີ​ເອງ. ສະນັ້ນພວກ​ມັນ​ຈຶ່ງໄດ້​ກາຍ​ມາ​
    ເປັນ​ໂມງ​ປະຣະມະນູຂອງ​ພວກ​ເຮົາ. ສັນຍານ​ຂອງ​ພວກ​ມັນ ​ແມ່ນ​ມີ​ລັກສະນະ​ພິ​
    ເສດ ມັນ​ມີ​ຮອຍ​ມື​ທີ່​ມີ​ລັກສະນະ​ພິ​ເສດຂອງມັນເອງ, ​ແລະ​ພວກ​ເຮົາ​ກໍ​ສາມາດ​ທີ່​
    ຈະ​ກວດ​ເບິ່ງ​ສິ່ງ​ເຫລົ່ານັ້ນໄດ້ ​ແລ້ວ​ສ້າງສັນ​ຍານ​ນີ້ຄືນ​ໃໝ່ໄດ້ ​ແລະເຮັດ​ໃຫ້​ມັນ​ເປັນ
    ສິ່ງ​ວັດ​ແທກ​ເພື່ອ​ເຮັດ​ໃຫ້ການ​ນໍາ​ທິດທາງຖືກຕ້ອງ ​ແລະ​ທັນ​ການໄດ້."


    ສໍາລັບນັກ​ອາ​ວະ​ກາດ​ໃນ​ອະນາຄົດ​ທີ່​ເດີນທາງ​ໄປ​ຫາ​ດາວ​ນົບພະ​ເຄາະ​ດວງອື່ນໆ ນັ້ນ
    ການ​ຂາດ​ການ​ສື່ສານ​ກັບໜ່ວຍ​ໂລກ ຈະ​ເປັນ​ອັນຕະລາຍ​ຮ້າຍແຮງ. ສະນັ້ນ ການ​ທີ່
    ເຂົາເຈົ້າ​ສາມາດຊອກ​ຮູ້ທີ່​ຕັ້ງຂອງ​ຕົນໄດ້ຢ່າງຊັດ​ເຈນ ​ຈຶ່ງສໍາຄັນ​ຫລາຍ​ທີ່​ສຸດ. 

    ​ໂຄງການ NICER/SEXTANT ​ແມ່ນ​ຖືກ​ສ້າງ​ຂຶ້ນມາ​ໂດຍ​ອົງການ NASA ທີ່​ຮ່ວມ​ມືກັບນັກວິທະຍາສາດຈາກ​ສະມາຄົມຂອງມະຫາວິທະຍາ​ໄລ​ຄົ້ນຄວ້າອາວະກາດ ທີ່​ບໍ່
    ມີ​ຜົນ​ກໍາ​ໄລ. ຄາດ​ກັນ​ວ່າ ​ມັນ​ຈະ​ດໍາ​ເນີນ​ໄປ​ເປັນ​ເວລາຢ່າງໜ້ອຍ 18 ​ເດືອນ ກ່ອນ​ທີ່
    ຈະ​ມີ​ການ​ເປີດກ້ອງສ່ອງ​ທາງ​ໄກ​ ໃຫ້​ນັກຄົ້ນຄວ້າຢູ່​ທົ່ວໂລກໄດ້ໃຊ້.
    ທີ່ມາ:voalao

    ไม่มีความคิดเห็น:

    แสดงความคิดเห็น