ກ່ອນຫນ້ານີ້ໄມໂຄຼຊອບເຄີຍລະບຸວ່າຜູ້ໃຊ້
Surface Laptop ທີ່ມາພ້ອມກັບ Windows 10 S
ສາມາດອັບເດດເປັນ Windows 10 Pro ໄດ້ຟຣີຈົນໝົດທ້າຍປີ ແລະ
ເມື່ອອັບເດດເປັນ Pro ແລ້ວກໍຈະບໍ່ສາມາດກັບໄປເປັນ
S ໄດ້ອີກ.
ແຕ່ລ່າສຸດເບິ່ງຄືວ່າໄມໂຄຼຊອບປ່ຽນໃຈ ເປີດໃຫ້ຜູ້ໃຊ້ Surface Laptop ສາມາດກັບໄປໃຊ້ Windows 10 S ໄດ້ພຽງແຕ່ຂະບວນການຈະຍຸ້ງຍາກໜ້ອຍໜຶ່ງຄືຕ້ອງໄປດາວໂຫຼດ
ອີມເມດ ມາ recovery ລະບົບໃໝ່ທັງໝົດ ນັ້ນແປວ່າຂໍ້ມູນໃນເຄື່ອງກໍ່ຈະສູນເສຍໄປ
ສາເຫດໃນການກັບໄປໃຊ້ Windows 10 S ອາດມີທັ້ງເລື່ອງຄວາມປອດໄພ
ຫຼື ຂໍ້ກຳນົດທີ່ອົງກອນຈຳເປັນຕ້ອງໃຊ້ Windows
10 S ທີ່ລົງແອບເອງນອກ Store ບໍ່ໄດ້

ไม่มีความคิดเห็น:
แสดงความคิดเห็น