ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ ເກີດເຫດທໍ່ສົ່ງແກສ ທຳມະຊາດລະເບີດຂຶ້ນທີ່ເມືອງສິນຫຼົງ ເຂດປົກຄອງຕົນເອງຊົນຊາດໝຽວ ແລະ ປູຢີ ສຽນຊີໜານທາງຕະເວັນຕົກສຽງໄຕ້ຂອງຈີນ ເມື່ອຊ່ວງຕອນສວຍຂອງມື້ວານນີ້2 ກໍລະກົດເບື້ອງຕົ້ນພົບຜູ້ໄດ້ຮັບບາດເຈັບ 1 ຄົນ ແລະ ຍັງບໍ່ຮູ້ຈຳນວນຜູ້ໄດ້ຮັບບາດເຈັບ ຫຼື ເສຍຫາຍຊີວິດທີ່ຊັດເຈນ
ດ້ານທາງການທ້ອງຖິ່ນຕ້ອງເລັ່ງອົບພະຍົບປະຊາຊຊົນຮອບບໍລິເວນອອກຫ່າງຈາກຈຸດເກີດເຫດຂະນະເຈົ້າໜ້າທີ່ດັບເພິງ ແລະ ໜ່ວຍງານທ່ີ່ກ່ຽວຂ້ອງເຂົ້າມາຄວບຄຸມສະຖານະການ ສ່ວນສາຍເຫດເຈົ້າໜ້າທີ່ກຳລັງກວດສອບ.
CR: news.qq.com

ไม่มีความคิดเห็น:
แสดงความคิดเห็น