Tesla ເປີດຕົວລົດໄຟຟ້າ Model
3 ລຸ່ນລາຄາຖືກທີ່ສຸດຂອງບໍລິສັດໄປຕັ້ງແຕ່ປີ 2016 ແລະ ມີຄົນສັ່ງຈອງທະລົມທະລາຍ
ທັ້ງທີຍັງບໍໄດ້ເລີ່ມສາຍການຜະລິດໂດຍຊຳ
ເວລາຜ່ານໄປປີກວ່າ ລົດໄຟຟ້າ Tesla Model 3 ສຸດທຳອິດຜະລິດເປັນທີ່ຮຽບຮອ້ຍ
ແລະ ຊີອີໂອ Elon Musk ກໍໄປໂພດພາບຂອງ Model 3 ຄັນທຳອິດທາງ Twitter ທັນທີ
ລູກຄ້າ 30 ຄົນທຳອິດຈະໄດ້ຮັບມອບໃນວັນທີ 28 ກໍລະກົດ ແລະ ປະລິມານການຜະລິດຕໍ່ເດືອນກໍຈະຄ່ອຍໆ
ເພີ່ມຂື້ນເປັນ 100 ຄັນໃນເດືອນສິງຫາ, 1,500 ຄັນໃນເດືອນກັນຍາ ແລະ 20,000 ຄັນໃນເດີອນທັນວ່າ

ไม่มีความคิดเห็น:
แสดงความคิดเห็น