ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 4 กันยายน พ.ศ. 2560

    ເກົາຫຼີເໜືອ ອ້າງວ່າ ການທົດລອງ ລະເບີດ ນິວເຄລຍ ລູກທີ 6 ນີ້ ແມ່ນລະເບີດ H-bomb


    ເກົາຫຼີເໜືອ ໄດ້ດຳເນີນການທົດລອງລະເບີດນິວເຄລຍລູກທີ 6 ໃນວັນອາທິດມື້ນີ້, ໃນ
    ອັນທີ່ພວກເຂົາອ້າງວ່າ ເປັນລະເບີດນິວເຄລຍ ໄຮໂດຣເຈັນ ທີ່ປະສົບຄວາມສຳເລັດ
    ເຊິ່ງສາມາດນຳໄປຕິດໃສ່ຫົວລູກສອນໄຟຂີປະນາວຸດຂ້າມທະວີບ.
    ການປະກາດຈາກອົງການຂ່າວ KCNA ຂອງລັດຖະບານ ພຽງຢາງເວົ້າວ່າ “ລະເບີດ
    ໄຮໂດຣເຈນ ຫຼື H-bomb
     ທີ່ຖືກອອກແບບມາເພື່ອເປັນຫົວລະເບີດຂອງລູກສອນໄຟ
    ຂີປະນາວຸດຂ້າມທະວີບ, ແມ່ນ “ຄວາມຈິງຕໍ່ແຜນການຂອງພັກກຳມະກອນແຫ່ງ ເກົາຫຼີ
    ສຳລັບການສ້າງແຜນຍຸດທະສາດພະລັງນິວເຄລຍ.”
    ນັກຂ່າວໂທລະພາບສູນກາງ ເກົາຫຼີ ທ່ານ Ri Chun Hee ຜູ້ທີ່ໄດ້ອອກບຳນານໃນປີ
    2012 ແຕ່ຈະປາກົດຕົວບາງຄັ້ງໃນເຫດການທີ່ສຳຄັນໄດ້ກ່າວວ່າ “ການທົດລອງລະເບີດ
    ໄຮໂດຣເຈັນ ທີ່ຖືກອອກແບບເພື່ອຕິດໃສ່ຫົວລູກສອນໄຟຂີປະນາວຸດຂ້າມທະວີບ ແມ່ນ
    ຄວາມສຳເລັດທີ່ສົມບູນແບບ.”
    ນອກນັ້ນ ທ່ານ Ri ຍັງໄດ້ອ້າງວ່າ ສານກຳມັນຕະພາບລັງສີ ຈາກການລະເບີດ ນິວເຄລຍ
    ແມ່ນບໍ່ໄດ້ຖືກປ່ອຍຂຶ້ນຊັ້ນບັນຍາກາດ, ເຊິ່ງແມ່ນສິ່ງທີ່ເຮືອບິນ ຕິດອຸປະກອນກວດກາ
    ພິເສດຕາມ ຊັ້ນບັນຍາກາດ ກຳລັງພະຍາຍາມທີ່ຈະກວດສອບເບິ່ງຢູ່.
    ການລະເບີດໄດ້ສ້າງແຜ່ນດິນໄຫວຂະໜາດຕື້ນສອງຄັ້ງ ທີ່ຖືກຈັບໄດ້ໃນພາກພື້ນ
    Punggye-ri, ທີ່ຕັ້ງຂອງສະຖານທີ່ທົດລອງລະເບີດນິວເຄລຍຂອງ ເກົາຫຼີເໜືອ, ອີງ
    ຕາມຜູ້ຊຳນານວິຊາແຜ່ນດິນໄຫວ ຂອງ ສະຫະລັດ ແລະ ຈີນ. ບັນດາເຈົ້າໜ້າທີ່ໃນ
    ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ຜູ້ຊ່ຽວຊານທີ່ບໍ່ຂຶ້ນກັບລັດຖະບານຫຼາຍທ່ານ ໃນ ສະຫະລັດ ໄດ້
    ຢືນຢັນວ່າ ແຜ່ນດິນໄຫວ ເບິ່ງຄືຈະເກີດຂຶ້ນຍ້ອນການທົດລອງລະເບີດນິວເຄລຍຄັ້ງນັ້ນ.
    ການສັ່ນສະເທືອນຄັ້ງທຳອິດແມ່ນ 6.3 ເຊິ່ງສອດຄ່ອງກັບການລະເບີດໄຮໂດຣເຈັນ ໜຶ່ງ
    ລ້ານໂຕນ, ອີງຕາມການກ່າວຂອງຜູ້ຊ່ຽວຊານ. ການລະເບີດດັ່ງກ່າວ ແມ່ນແຮງກວ່າ
    ຢ່າງໜ້ອຍ 10 ເທື່ອຂອງການທົດລອງລະເບີດນິວເຄລຍໃນຄັ້ງທີ່ຜ່ານມາ, ເຊິ່ງມີຂຶ້ນໃນ
    ວັນທີ 9 ກັນຍາ 2016, ແຕ່ມັນໄດ້ເຮັດໃຫ້ແຜ່ນດິນໄຫວທີ່ມີຄວາມແຮງແຕ່ພຽງ 5.3,
    ອີງຕາມການກ່າວຂອງອົງການອຸຕຸນິຍົມ ຍີ່ປຸ່ນ ແລະ ເກົາຫຼີໃຕ້.
    ທີມາ:voalao

    ไม่มีความคิดเห็น:

    แสดงความคิดเห็น