ການປູກພືດໃນຮົ່ມ ( Indoor ) ເປັນທີ່ນິຍົມຂອງຄົນຕ່າງປະເທດໃນຂະນະນີ້ ເຊິ່ງປັດຈຸບັນ ຜູ້ທີ່ຄິດຄົ້ນເຄື່ອງສຳລັບປູກພືດອອກມາຫຼາຍເຈົ້າ ໂດຍຈຸດເດັ່ນກໍ່ຈະຄ້າຍໆກັນ ຄື: ເປັນການປູກຜັກບໍ່ໃຊ້ດິນ, ຫົດນ້ຳອັດຕະໂນມັດ, ສາມາດເບິ່ງແຍງພືດທີ່ປູກໃຫ້ເຮົາໄດ້ເອງໂດຍທີ່ເຮົາບໍ່ຕ້ອງສົນໃຈມັນ ແລະ ມີແຫຼ່ງກຳເນີດແສງຕາເວັນທຽມໃນຕົວເຄື່ອງດັ່ງກ່າວ ມີຊື່ວ່າ: Ava Byte ເປັນເຄື່ອງປູກພືດທີ່ກຳລັງເປີດລະດົມທຶນຢູ່ເວັບໄຊ Indiegogo ໃນຕອນນີ້.
ມັນມີຄວາມໜ້າສົນໃຈທີ່ໃຊ້ລະບົບແສງ ແລະ ລະບົບນ້ຳທີ່ອອກແບບໂດຍໄດ້ຮັບແຮງບັນດານໃຈມາຈາກສະຖາບັນວິໄຈ NASA ຕົວເຄື່ອງມີຂະໜາດບໍ່ໃຫຍ່ ສາມາດວາງໄວ້ໃນເຮືອນ ຫຼື ຄອນໂດໄດ້ຢ່າງສະບາຍ ສາມາດປູກພືດໄດ້ 5 ຕົ້ນ ພ້ອມກັນຕໍ່ເຄື່ອງ ການໃຊ້ງານງ່າຍໆພຽງຢອດແກ່ນຜັກລົງໄປໃນຊ່ອງແຄັບຊູນທີ່ມາພ້ອມກັບຕົວເຄື່ອງ ເຕີມນ້ຳລົງໄປ ທີ່ເຫຼືອເຄື່ອງຈະຈັດການດູແລໃຫ້ເຮົາໂດຍອັດຕະໂນມັດ ຄວາມພິເສດ ຄື: ມັນສາມາດເຊື່ອມຕໍ່ກັບສະມາດໂຟນ ທັງ iOS ແລະ Android ໄດ້ອີກດ້ວຍ ເພື່ອສະແດງຂໍ້ມູນແສງ ແລະ ນ້ຳ ເຮົາສາມາດປັບຄ່າຕ່າງໆ ເພື່ອໃຫ້ພືດທີ່ເຮົາປູກເຕີບໂຕໄດ້ຢ່າງວ່ອງໄວ ແຖມມີລູກຫຼິ້ນຕິດຕັ້ງກ້ອງໄວ້ພາຍໃນຕົວ ເພື່ອບັນທຶກວິດີໂອການຈະເລີນເຕີບໂຕໄດ້ອີກດ້ວຍ.
ທັງນີ້, ຍັງຮອງຮັບການເຮັດວຽກຮ່ວມກັບອຸປະກອນສະມາດໂຮມຢ່າງ Amazon Alexa, Google Home ຫຼື Apple HomeKit ໃຜສົນໃຈກໍ່ໄປຮ່ວມລົງຂັນກັນໄດ້ໃນ Indiegogo ລາຄາ Early – bird ຢູ່ທີ່ 189 ໂດລາ ເຊິ່ງລາຄາຂາຍຢ່າງເປັນທາງການຈະຢູ່ທີ່ປະມານ 299 – 320 ໂດລາສະຫະລັດ ສິນຄ້າຈະເລີ່ມສົ່ງໃນໄລຍະເດືອນມີນາ ປີ 2018
Source: ເສດຖະກິດການຄ້າ

ไม่มีความคิดเห็น:
แสดงความคิดเห็น