ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 5 กันยายน พ.ศ. 2560

    ເຟສບຸ໊ກ ເລີ່ມຈັບມືກັບຜູ້ຜະລິດລາຍການໂທລະພາບ


    ຕົ້ນເດືອນພຶດສະພາ ທີ່ຜ່ານມາ    ເຟສບຸ໊ກ ( Facebook ) ຕົກເປັນຂ່າວກຽມທີ່ຈະນຳໃຊ້ແຜນຂອງຕົວເອງເປີດໃຫ້ບໍລິການລາຍການໂທລະພາບ ເຊິ່ງຫຼ້າສຸດເຟສບຸ໊ກ ໄດ້ເລີ່ມຈັບມືກັບພັນທະມິດຜູ້ຜະລິດລາຍການໂທລະພາບຫຼາຍໆແຫ່ງແລ້ວ ໂດຍສະເພາະຕອກຢໍ້າຂ່າວລືເຖິງການເປີດບໍລິການອີກໜຶ່ງຮູບແບບເທິງ ໂຊຊຽວ ເນັດເວີກ ( Social Network ) ແຫ່ງໜຶ່ງອີກດ້ວຍ.
    ໃນລາຍຊື່ພັນທະມິດຜູ້ຜະລິດລາຍການໂທລະພາບທີ່ຈັບມືກັບເຟສບຸ໊ກ ທີ່ໄດ້ຖືກເປີດເຜີຍອອກມາຄື: Vox Media, BuzzFeed, ATTN, ກຸ່ມ Nine Media ເປັນການຈັບມືເພື່ອຮ່ວມຜະລິດວິດີໂອ ເຊິ່ງຈະມີທັງແບບວິດີໂອສັ້ນ ແລະ ຍາວລວມເຖິງມີການແທັກໂຄສະນາຂັ້ນລາຍການ.
    ແຜນການຂອງເຟສບຸ໊ກ ຍັງຖືກເປີດເຜີຍອີກວ່າ ປະເພດວິດີໂອແບບຍາວຈະເໝືອນລາຍການໂທລະພາບທີ່ມີການວາງສະຄຣິບໄວ້ຮຽບຮ້ອຍແລ້ວມີຄວາມຍາວປະມານ 20 – 30 ນາທີ, ຮູບແບບຖັດມາຈະເປັນວິດີໂອສັ້ນທີ່ບໍ່ມີສະຄຣິບ ແລະ ມີຄວາມຍາວປະມານ 5 – 10 ນາທີ ແຕ່ວິດີໂອສັ້ນນີ້ເຟສບຸ໊ກ ຈະບໍ່ໄດ້ເປັນເຈົ້າຂອງ. ຄວາມຮ່ວມມືກັບຜູ້ຜະລິດລາຍການໂທລະພາບຂອງເຟສບຸ໊ກໃນຄັ້ງນີ້ເປັນທີ່ຄາດວ່າຈະເປັນແຮງຂັບເຄື່ອນທີ່ຊ່ວຍສ້າງເມັດເງິນຈາກການໂຄສະນາຈາກຍີ່ຫໍ້ ບໍລິສັດ ແລະ ທຸລະກິດຕ່າງໆໄດ້ຫຼາຍຂຶ້ນ.
    ພ້ອມກັບເປັນການເພີ່ມສັກກະຍະພາບໃນການແຂ່ງຂັນທາງທຸລະກິດ ແລະ ດຶງດູດຜູ້ໃຊ້ເຟສບຸ໊ກ ໃຫ້ຢູ່ເທິງເຟສບຸ໊ກ Social Network ຫຼາຍໆຂຶ້ນ.
    ສຳລັບການໃຫ້ບໍລິການລາຍການໂທລະພາບເທິງ ເຟສບຸ໊ກ ອາດຈະມີການເປີດຕົວໃນເດືອນມິຖຸນາ ນີ້
    ( ທີ່ມາ: www.aripfan.com )

    ไม่มีความคิดเห็น:

    แสดงความคิดเห็น