ເມື່ອເດືອນກັນຍາ 2018 ທີ່ຜ່ານມາ Apple ໄດ້ເປີດຕົວ iPhone XR ຊຶ່ງເປັນລຸ່ນຮອງຢ່າງ iPhone XS ແລະ XS Max ແຕ່ມີສະເປກທີ່ໂດດເດັ່ນທັງລາຄາຖືກກວ່າ, ຫນ້າຈໍທີ່ໃຫຍ່ກວ່າ iPhone XS, ໃຊ້ຊິບເຊັດ A12 Bionic ແບບດຽວກັນ, ແລະ ມີໂມດູນກ້ອງຫລັງຕົວດຽວກັບທີ່ໃຊ້ໃນ iPhone XS ແລະ XS Max ດ້ວຍສື່ຕ່າງໆ ໄດ້ຄາດການວ່າ iPhone XR ອາດໄດ້ຮັບຄວາມນິຍົມຫລາຍກວ່າ iPhone XS
ເມື່ອວັນທີ່ 19 ຕຸລາ 2018 ທີ່ຜ່ານມາໄດ້ເລີ່ມມີການເປີດຈອງ iPhone XR ຢ່າງເປັນທາງການ (ໃນສະຫະລັດອະເມລິກາ) ແຕ່ເບິ່ງຄືວ່າກະແສຄວາມນິຍົມຈະບໍ່ສູງຫລາຍຢ່າງທີ່ຫລາຍຝ່າຍໄດ້ຄາດການໄວ້

ຫຼ້າສຸດນັກວິເຄາະຜະລິດພັນ Apple ຊື່ດັງ Ming-Chi Kuo ໄດ້ກ່າວຍືນຍັນວ່າຍອດຈອງຂອງ iPhone XR ນັ້ນສູງກວ່າ iPhone 8 ແລະ 8 Plus ຢ່າງທີ່ໄດ້ຄາດການໄວ້ແຕ່ເບິ່ງຄືຈະຕ່ໍາກວ່າເມື່ອເປີດທີ່ໃຫ້ເປີດ iPhone XS ແລະ XS Max ເລັກນ້ອຍຊຶ່ງກໍບໍແມ່ນສິ່ງທີ່ຫນ້າຜິດຫວັງແຕ່ຢ່າງໃດ

Ming-Chi Kuo ກ່າວວ່າເຖິງແມ້ວ່າ iPhone XS ມີຄວາມຕ້ອງການໃນຕະຫຼາດຫລາຍກວ່າເມື່ອເປີດໃຫ້ມີການຈອງແຕ່ກັບລົດລົງຢ່າງວ່ອງໄວໃນເວລາຕໍ່ມາຕ່າງຈາກ iPhone XR ທີ່ຄວາມຕ້ອງການໃນຕະຫຼາດຍັງບໍ່ລົດລົງຫລາຍປານໃດ ຊຶ່ງອາດ ສົ່ງຜົນໃຫ້ iPhone XR ນັ້ນມີຍອດຈໍາຫນ່າຍທີ່ແນ່ນອນໃນໄລຍະຍາວ
ນັກວິເຄາະຊື່ດັງໄດ້ກ່າວວ່າໃນໄຕມາດທີ່ 4 ນີ້ຄາດວ່າ Apple ຂ່າຍ XR ໄດ້ປະມານ 36-38 ລ້ານເຄື່ອງແລະຂ່າຍໄດ້ດີຢ່າງຕໍ່ເນື່ອງໄປຈົນເຖິງໄຕມາດທີ່ 1 ຂອງປີ 2019
ທີ່ມາ:phonearena beartai

ไม่มีความคิดเห็น:
แสดงความคิดเห็น