ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 26 ตุลาคม พ.ศ. 2561

    [ຍັງບໍຢືນຢັນ] Facebook ຫວັງເຈາະກຸ່ມຜູ້ໃຊ້ TikTok ທີ່ເປັນໄວລຸ່ນ ກຳລັງສ້າງແອບເພງໃຫມ່ຊື່ Lasso


    TechCrunch ລາຍງານວ່າfacebook ກໍາລັງຊຸ່ມພັດທະນາ Lasso ແອບເພງທີ່ຫວັງຈະເຈາະຕະຫຼາດເດັກໄວລຸ່ນທີ່ກໍາລັງຮິດຫຼິ້ນ TikTok ກັນໂດຍ Lasso ຈະມາພ້ອມເພງຖືກລິຂະສິດໂດຍ Lasso ຈະເປັນແອບແຍກເລີຍບໍ່ແມ່ນຟີເຈີສ່ວນຫນຶ່ງຂອງເຟຊ ບຸ໊ກແຕ່ຢ່າງໃດ
    Lasso ພັດທະນາພາຍໃຕ້ການນໍາຂອງ Brady Voss ທີ່ເຄີຍສ້າງ Montage ແອບວິດີໂອສັ້ນອອກແນວ timelapse ໃນປີ 2016 ນອກຈາກນີ້facebookກໍພະຢາຍາມສຶກສາສ້າງແອບແນວນີ້ມາໂດຍຕະຫຼອດແລະພະຢາຍາມຈະໄດ້ລິຂະສິດເພງຈາກຄ່າຍເພງເພື່ອເຮັດໃຫ້ ມັນຖືກຕ້ອງ
    ແລະ ມື້ນີ້ເອງທີ່facebookສ້າງຟີເຈີເພງເຂົ້າມາເປັນສ່ວນຫນຶ່ງຂອງເຟຊະບຸ໊ກຄືເພີ່ມເພງເທິງຮູບໂປໄຟເປັນ Stories ພ້ອມສະຕິກເກີເພງໃນ Stories ແລະ ໄລແບບມີເນື້ອຮ້ອງໃຫ້ສໍາຫລັບເພງຮິດອີກເມື່ອບວກກັບ ຂ່າວຈາກ TechCrunch ກໍພໍຈະສະທ້ອນຊັດເຈນວ່າ Facebook ພະຢາຍາມຈະກັບມາດຶງຜູ້ໃຊ້ໄວລູ່ນໃຫ້ໃຊ້ງານ Facebook ກັນຫລາຍຂຶ້ນຫລັງຈາກຍອດຜູ້ໃຊ້ຮຸ່ນໃຫມ່ຫົດຕົວລົງໄປ
    ດ້ານ TikTok ນັ້ນກໍາລັງໄດ້ຮັບຄວາມນິຍົມໃນໄວລຸ່ນ ແລະ ຍັງປະກາດລວມແອບເຂົ້າກັບ Musically ແອບພິຊິງທີ່ນິຍົມໃນສະຫະລັດຯອີກດ້ວຍ
    Node Thumbnail

    ທີ່ມາ: TechCrunch  Blognone


    ไม่มีความคิดเห็น:

    แสดงความคิดเห็น