ໄອບີເອັມປະກາດເຂົ້າຊື້ Red Hat ຜູ້ຜະລິດລີນຸກລາຍສໍາຄັນໂດຍຈ່າຍເງິນສົດ 190 ດອນລາຕໍ່ຫຸ້ນລວມມູນຄ່າ 34,000 ລ້ານດອນລາ
Red Hat ຈະເຂົ້າໄປເປັນຝ່າຍ Hybrid Cloud ທີ່ມີອິສະລະຈາກສ່ວນອື່ນ ແລະ ຍືນຍັນວ່າຈະເປັນພັນທະມິດກັບຜູ້ໃຫ້ບໍລິການຄາວອື່ນ ໆ ຕໍ່ໄປເຊັ່ນ AWS, Azure, GCE, ຫະລື Alibaba ໂດຍ Jim Whitehurst ຊີອີໂອຂອງ Red Hat ຈະ ຍັງບໍລິຫານທີມ Hybrid Cloud ຕໍ່ໄປ ແລະ ຈະເຂົ້າຮັບຕໍາແຫນ່ງບໍລິຫານໃນໄອບີເອັມ
ແມ້ໄອບີເອັມຈະມີບໍລິການຄາວຂອງຕົວເອງ ແລະ ມີບໍລິການທັບຊ້ອນກັບ Red Hat ແຕ່ທີ່ຜ່ານມາລະດັບຟີເຈີ ແລະ ຄວາມນິຍົມກໍຍັງຕາມຫລັງ Red Hat ຫະລືຢ່າງເຊັ່ນ IBM Cloud Private ທີ່ເປັນທີ່ຮູ້ຈັກນ້ອຍກວ່າ Red Hat OpenShift ໂດຍ ສະເພາະຕົວລະບົບປະດິບັດການນັ້ນຊອບແວຈໍານວນຫລາຍຂອງໄອບີເອັມກໍຕ້ອງລັນເທິງ RHEL ຢູ່ແລ້ວການຄວບລວມຄັ້ງນີ້ໄດ້ຮັບອະນຸມັດຈາກບອດຂອງທັງສອງບໍລິສັດແລ້ວແຕ່ຕ້ອງຖ້າປະຊຸມຜູ້ຖືຫຸ້ນຕໍ່ໄປຄາດວ່າຂະບວນການທັງຫມົດຈະໃຊ້ເວລາອີກປະມານຫນຶ່ງປີແລ້ວຫລັງຂອງປີ 2019
ທີ່ມາ: Red Hat Blognone

ไม่มีความคิดเห็น:
แสดงความคิดเห็น