ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 3 พฤษภาคม พ.ศ. 2562

    ປູຕິນລົງນາມກົດຫມາຍຄວບຄຸມອິນເຕີເນັດສຳເລັດ ຕັດຂາດເນັດຈາກໂລກພາຍນອກໄດ້


    Financial Times ລາຍງານວ່າ ວາລາດີເມຍປູຕິນປະທານາທິບໍດີລັດເຊຍລົງນາມໃນກົດຫມາຍຄວບຄຸມອິນເທີເນັດ
    ທີ່ກໍາຫນົດໃຫ້ຜູ້ໃຫ້ບໍລິການອິນເຕີເນັດໃນລັດເຊຍສາມາດຕັດຂາດການເຊື່ອມຕໍ່ຈາກເຊີຟເວີຕ່າງປະເທດ ແລະ ລະບຸໃຫ້ມີການສ້າງລະບົບໂດເມນລະດັບປະເທດຊຶ່ງຈະເຮັດໃຫ້ປະເທດສາມາດອອນລາຍໄດ້ຫາກຖືກຕັດຂາດຈາກອິນເທີເນັດທົ່ວໂລກໂດຍກົດຫມາຍຈະມີຜົນບັງຄັບໃຊ້ໃນວັນທີ່ 1 ພະຈິກປີນີ້
    ກົດຫມາຍນີ້ຈະເພີ່ມການໃຊ້ອໍານາດລັດຄວບຄຸມການໃຊ້ງານອິນເທີເນັດຂອງຄົນໃນຊາດຫລາຍຂຶ້ນໄປອີກຈາກເດີມທີ່ບລັອກເວັບໄຊຈໍາກັດການໃຊ້ງານ VPN ການແຊເນື້ອຫາສຸ່ມສ່ຽງກໍສາມາດຕິດຄຸກໄດ້ເປັນຕົ້ນ

    ກ່ອນຫນ້ານີ້ກໍມີລາຍງານຂ່າວວ່າ ລັດຖະບານ ແລະ ISP ໃນລັດເຊຍກໍາລັງວາງແຜນທົດສອບຕັດອິນເທີເນັດໃນປະເທດອອກຈາກໂລກພາຍນອກ
    ທີ່ມາ: blognone Engadget

    ไม่มีความคิดเห็น:

    แสดงความคิดเห็น