ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 10 พฤษภาคม พ.ศ. 2562

    Game for Peace ເກມໃຫມ່ທີ່ມາແທນ PUBG Mobile ໃນຈີນຂຶ້ນຊາດອັນດັບ 1ເປັນທີຮຽບຮ້ອຍ

    ຫລັງຈາກທີ່ Tencent ປະກາດຖອນເກມ PUBG Mobile ອອກຈາກຂັ້ນຕອນການຂໍໃບອະນຸຍາດໃນຈີນໂດຍມີເກມມາທົດແທນທີ່ໄດ້ໃບອະນຸຍາດໄປກ່ອນຫນ້ານີ້ແລ້ວນັ້ນຄືເກມ和平精英 ຫລືໃນຊື່ພາສາອັງກິດວ່າ Game for Peace ເກມກໍໄດ້ຮັບຄວາມນິຍົມ ທັນທີຕັ້ງແຕ່ມື້ທໍາອິດ
    ໂດຍຂໍ້ມູນຈາກ Sensor Tower ພົບວ່າ Game for Peace ຂຶ້ນອັນດັບ 1 ຂອງ App Store ເກມຍອດນິຍົມແລະເປັນເກມສ້າງເງິນອັນດັບ 1 ເຊັ່ນກັນທັງນີ້ຜູ້ຫຼິ້ນໃນຊ່ວງເບຕ້າຂອງ PUBG Mobile ຈະຖືກແຈ້ງໃຫ້ດາວໂຫລດເກມທົດແທນນີ້ແທນລວມທັ້ງ ຍ້າຍຂໍ້ມູນການຫຼິ້ນມາໃຫ້ດ້ວຍຈຶ່ງເປັນເຫດຜົນຫນຶ່ງທີ່ເຮັດໃຫ້ເກມໄດ້ຮັບກະແສຕໍ່ເນື່ອງນັ້ນເອງ
    Tencent ບອກວ່າ Game for Peace ນັ້ນບໍ່ຄືກັບ PUBG ເສຍທີດຽວແຕ່ຜູ້ຫຼິ້ນໃນຈີນໃຫ້ຄວາມເຫັນວ່າເປັນເກມດຽວກັນພຽງແຕ່ລາຍະລະອຽດປີກຍ່ອຍແຕກຕ່າງແດ່ເຊັ່ນເມື່ອຖືກຍິງຈະບໍ່ມີເລືອດໄຫລ ແລະ ຜູ້ຖືກຍິງຕາຍຈະປ່ຽນມາໃຫ້ loot box ພ້ອມໂບກມືລາເລົາ (ເບິ່ງຄລິບທ້າຍຂ່າວ) ເພື່ອລົດຄວາມລຸນແຮງໃນເກມ
    ທີ່ມາ: TechCrunch   ,Blognone



    ไม่มีความคิดเห็น:

    แสดงความคิดเห็น