Apple ປະກາດວ່າກອງປະຊຸມນັກພັດທະນາປີນີ້ຫລື WWDC 2020, ກຳນົດຈະມີຈັດຂຶ້ນໃນເດືອນມິຖຸນາ. ຈະປ່ຽນຮູບແບບໃຫ້ເປັນແບບ online ທັງໝົດ ເນື້ອງຈາກການລະບາດຂອງ COVID-19
ເຖິງຢ່າງໃດກໍ່ຕາມ, Apple ລະບຸວ່າ ເນື້ອໃນຂອງການ ນຳສະເໜີຜານ online ນັ້ນ ຈະເປັນຮູບແບບ ແລະ ໃຫ້ປະສົບການໃໝ່ທັງໝົດ. ໂດຍຈະມີການເປີດຕົວທັງ iOS, iPadOS, macOS, watchOS ແລະ tvOS ລຸ້ນໃໝ່ທາງດ້ານ Craig Federighi ຫົວຫນ້າຝ່າຍວິສະວະກຳຊອບແວຂອງ Apple ບອກວ່າ. ເນື້ອໃນທີ່ຈະ ນຳສະເໜີໃນງານ WWDC 2020 ແມ່ນກ່ຽວຂ້ອງກັບຜະລິດຕະພັນ ແລະ ເຕັກໂນໂລຢີ ໃໝ່ໆ ທີ່ Apple ກຳລັງພັດທະນາຢູ່. ເຊິ່ງຕ້ອງອອກມາດີຫຼາຍ
ຕາມປົກກະຕິ, Apple ຈະຈັດງານ WWDC ຢູ່ San Jose, ເຊິ່ງຍົກເລີກ ແລະ ປ່ຽນເປັນຮູບແບບ online ນັ້ນຫລີກລ້ຽງບໍ່ໄດ້ອາດເຮັດໃຫ້ເມືອງຂາດໂອກາດທາງລາຍໄດ້ ບໍລິສັດ Apple ໄດ້ປະກາດໃຫ້ເງິນຊ່ວຍເຫຼືອ 1 ລ້ານໂດລາແກ່ອົງການຈັດຕັ້ງທ້ອງຖິ່ນເພື່ອຊົດເຊີຍຜົນເສຍຫາຍເຊັ່ນກັນ.
Apple ຈະປະກາດລາຍລະອຽດ ແລະ ຕາຕະລາງຂອງ WWDC 2020 ໃນຮູບແບບ online ໃນໄວໆນີ້.

ไม่มีความคิดเห็น:
แสดงความคิดเห็น