ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 14 มีนาคม พ.ศ. 2563

    BYD ຈາກລົດໄຟຟ້າ ສູ່ໂຮງງານຜະລິດ ໜ້າກາກທີ່ໃຫຍ່ທີ່ສຸດຂອງໂລກ, ຜະລິດ 5 ລ້ານຊິ້ນ / ມື້


    ເຮົາຮູ້ຈັກບໍລິສັດ BYD ເປັນຜູ້ຜະລິດ ໝໍ້ໄຟ ແລະ ພາຫະນະໄຟຟ້າລາຍໃຫ່ຍໃນປະເທດຈີນ, ແຕ່ວ່າໃນໄລຍະມໍ່ໆມານີ້, ບໍລິສັດ BYD ໄດ້ຫັນມາລົງທືນໃນການຜະລິດ ໜ້າກາກດ້ານການແພດ. ໂຮງງານຜະລິດ ໜ້າກາກ BYD ມີກຳລັງການຜະລິດ 5 ລ້ານ ໜ້າກາກຕໍ່ມື້. ແລະ ສານປ້ອງກັນການຕິດເຊື້ອ (disinfectant) 300,000 ຂວດຕໍ່ມື້ຖືວ່າເປັນໂຮງງານທີ່ມີຄວາມສາມາດໃນການຜະລິດ ໜ້າ ກາກສູງທີ່ສຸດໃນໂລກ
    ບໍລິສັດ BYD ໄດ້ເລີ່ມຍົກລະດັບໂຮງງານຂອງຕົນເອງໃນເມືອງເຊິນເຈີນໃຫ້ເປັນໂຮງງານຜະລິດ ໜ້າກາກ. ຕັ້ງແຕ່ທ້າຍເດືອນມັງກອນ ແລະໄດ້ເລີ່ມຜະລິດຕັ້ງແຕ່ວັນທີ 8 ກຸມພາເປັນຕົ້ນໄປ
    ສິ່ງທີ່ ໜ້າສົນໃຈກໍ່ຄືການປັບໂຮງງານ ແລະ ສາຍການຜະລິດຂອງ BYD  ສາມາດປະຕິບັດໄດ້ຢ່າງໄວວາ, ໂດຍການຄົ້ນຄວ້າ ແລະປັບສາຍການຜະລິດເປັນ ໜ້າກາກໃນ 7 ວັນ (ຈາກປົກກະຕິ 15-30 ວັນ) ແລະ ໃຊ້ເວລາຄົ້ນຄວ້ານຳ້ລ້າງມື ຊັ້ນການແພດພາຍໃນ 6 ວັນ ເບື້ອງຫລັງການປ່ຽນແປງເຫຼົ່ານີ້ ເກີດຈາກ ໜ່ວຍງານພິເສດ (special task force) ທີ່ມີພະນັກງານຫຼາຍກ່ວາ 3 ພັນຄົນເຂົ້າຮ່ວມ
    BYD ສືບຕໍ່ຂະຫຍາຍສາຍການຜະລິດ ໜ້າກາກ ໂດຍການເພີ່ມ ຈຳນວນເຄື່ອງຈັກ 5-10 ເຄື່ອງ, ເທົ່າກັບ ຈຳນວນຂອງ ໜ້າກາກຕໍ່ມື້ມາເປັນ 3-5 ແສນອັນ

    ไม่มีความคิดเห็น:

    แสดงความคิดเห็น