ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 14 มีนาคม พ.ศ. 2563

    ລັດທະມົນຕີ ດີຈີຕອນໄຕ້ຫວັນລົງມືແກ້ Code ພ້ອມສ້າງ pull request ໃຫ້ເວັບລາຍງານສະຖານະການ Covid-19 ຂອງຍີປຸ່ນ

    ໃນລະຫວ່າງການລະບາດຂອງ COVID-19, ລັດຖະບານໂຕກຽວໄດ້ເປີດເວັບໄຊທ໌ COVID-19 Task Force ແລະ ຂື້ນມາພ້ອມທັ້ງປ່ອຍ Source Code ໃນ GitHub ເພື່ອເປັນເວບໄຊທ໌ ສຳລັບລາຍງານດ້ານສະຖານະການຕ່າງໆຂອງການຕິດເຊື້ອ.
    ຕໍ່ມາໃນວັນທີ 8 ມີນາ, ລັດຖະມົນຕີດິຈິຕອລຂອງໄຕ້ຫວັນ Audrey Tang ໄດ້ຊ່ວຍແກ້ໄຂ Code ວັບໄຊທ໌ ດັງກາວໃນສວນຂອງເມນູ, ປ່ຽນພາສາຈີນກາງ ເປັນ ສຳນຽງ ໄຕ້ຫວັນ (zh-TW) ໂດຍການປ່ຽນຈາກຕົວອັກສອນ 体ມາເປັນຕົວອັກສອນ體. ທີເໝາະສົມກວ່າ ຫລັງຈາກນັ້ນ, ນາງໄດ້ສ້າງ  pull reques ເພື່ອໃຫ້ຜູ້ເບິງໂຄງການໄດ້ເຂົ້າຣີວິວ. ເຊິງຜູ້ຣີວິວ Code ສອງຄົນໄດ້ຍອມຮັບເອົາການແກ້ໄຂ, ພ້ອມກັບຄຳເຫັນ ແລະ ຂໍຂອບໃຈ. ແລະ merge  ເຂົ້າ Code ຫລັກແລ້ວ
    ຫຼັງຈາກຊ່ວຍແກ້ໄຂ Code ດັ່ງກ່າວ, ໄດ້ມີຜູ້ໃຊ້ GitHub ຫຼາຍກວ່າ ໜຶ່ງ ພັນຄົນໄດ້ເຂົ້າມາສະແດງຄວາມຂອບໃຈ


    ທັ້ງນີ້ Tang ໃຊ້ງານ  GitHub ເປັນເວລາດົນນານໃນຊື່ audreyt, ໂດຍມີສ່ວນຮ່ວມກັບບັນດາໂຄງການຕ່າງໆ. ມາຈະຫລອດ ໂຄງການຫລັກທີ່ນາງໄດ້ຄຸມແມ່ນ mask-static ທີ່ເປັນ  Progressive Web  App ສຳລັບສະແດງຈຸດຕ່າງໆທີ່ມີ ໜ້າກາກຂາຍ.
    alt="QhHTCJ.png"

     Audrey Tang ໄດ້ເຂົ້າຮັບຕຳແໜ່ງ ເປັນລັດຖະມົນຕີດີຈິຕອລຂອງໄຕ້ຫວັນໃນເດືອນຕຸລາ ປີ 2016 ແບບເປັນ ລັດຖະມົນຕີລອຍຕົວ " (Minister without Portfolio)  ເຊິ່ງບໍ່ໄດ້ປະ ຈຳຢູ່ກະຊວງໃດ ແຕ່ໄດ້ຖືກມອບໝາຍ ໃຫ້ມີບົດບາດສະເພາະ, ບາງຢ່າງ ໂດຍ Tang ໄດ້ຮັບມອບໝາຍໃນການຕິດຕາມກວດກາການສື່ສານນະໂຍບາຍຂອງລັດຖະບານ ແລະ ຄຸ້ມຄອງຂໍ້ມູນທີ່ອອກໂດຍລັດຖະບານເພື່ອສື່ສານກັບປະຊາຊົນໃນຊ່ອງທາງດິຈິຕອນ.
    ປະຫວັດຄວາມເປັນມາຂອງທ້າວ Tang ແມ່ນ ໜ້າ ສົນໃຈກ່ອນທີ່ຈະມາເປັນລັດຖະມົນຕີທ່ານນາງເຄີຍເປັນນັກຂຽນໂປຼແກຼມ. ນາງໄດ້ເລີ່ມຕົ້ນຂຽນ Perl ຕອນລາວອາຍຸ 12 ປີ ແລະ ອອກໂຮງຮຽນມັດທະຍົມເພາະວ່ານາງບໍ່ສາມາດປັບຕົວໄດ້. ຕໍ່ມານາງໄດ້ເຮັດວຽກເປັນນັກຂຽນໂປແກຼມໃຫ້ກັບຫລາຍໆບໍລິສັດຕັ້ງແຕ່ອາຍຸ 19 ປີ ແລະ ຍັງເຄີຍເຮັດວຽກຢູ່ Silicon Valley. ນອກຈາກນັ້ນ, ໃນປີ 2005, ນາງເລີ່ມສະແດງໃຫ້ເຫັນວ່າລາວຢາກປ່ຽນເປັນເພດຍິງໂດຍການປ່ຽນຊື່ ແລະ ນາງຍັງເປັນຄົນຂ້າມເພດຄົນທຳອິດໃນຄະນະລັດທະມົນຕີໄຕ້ຫວັນອີກ

    ไม่มีความคิดเห็น:

    แสดงความคิดเห็น