ເປັນເວລາເກືອບ 5 ປີແລ້ວ ທີ່ Steve Jobs ອະດີດເຈົ້າຂອງບໍລິສັດ Apple ໄດ້ຈາກໂລກນີ້ໄປ ແລະ ໃນມື້ນີ້ຜູ້ຂຽນຈະຂໍມາເລົ່າປະຫັວດ Steve Jobs ໃຫ້ໄດ້ຮູ້ນຳກັນ ເປັນຂໍ້ໆໄປເລີຍ.
ກຳເນີດ Steve Jobs

Steve Jobs ຫຼື Steven Paul Jobs ເກີດເມື່ອວັນທີ 24 ກຸມພາ 1955 ເປັນລູກຊາຍຂອງ ອັບດຸລຟັດຕະ ຈອນ ຈັນດາລີ ກັບ ໂຈແອນ ແຄໂຣລ ຊີເບີລ ເຊິ່ງໃນຂະນະນັ້ນເອງພໍ່ແມ່ຂອງລາວ ມີອາຍຸພຽງແຕ່ 23 ປີ ແລະ ຍັງເປັນນັກສຶກສາຢູ່ ແລະ ບໍ່ນານຈາກນັ້ນທັງຄູ່ ກໍ່ຕັດສິນໃຈຍົກ Steve Jobs ໃຫ້ເປັນລູກບຸນທຳແກ່ Paul Reinhold Jobs ແລະ Clara Jobsແລະ ເວລາຜ່ານໄປບໍ່ດົນ Paul Reinhold Jobs ກໍ່ໄດ້ຕັ້ງຊື່ລູກບຸນທໍາຂອງລາວວ່າ Steve Jobs. ສຳລັບການໃຊ້ຊີວິດໃນຊ່ວງໄວເດັກຈົນເຖິງຮຽນຈົບນັ້ນ Steve Jobs ໄດ້ຮຽນຮູ້ຫຼາຍຢ່າງຈາກພໍ່ບຸນທຳຂອງລາວ ບໍ່ວ່າຈະເປັນການປະກອບວົງຈອນຄອມພິວເຕີ, ແປງລົດ ແລະ ຄວາມສາມາດໃນການຕໍ່ລອງທາງດ້ານການຕະຫຼາດ.
ສອງ Steve ໂຄຈອນມາພົບກັນ

ມີຢູ່ຊ່ວງປະມານຍຸກ 70 ພໍ່ບຸນທຳຂອງ Jobs ໄດ້ແນະນໍາ Steve Wozniak ເພື່ອນບ້ານໃຫ້ໄດ້ຮູ້ຈັກ, ຈົນໄດ້ມາກໍ່ຕັ້ງ ແລະສ້າງບໍລິສັດ Apple ມານຳກັນພາຍໃນໂຮງລົດທີ່ບ້ານຂອງ Jobs ເຊິ່ງສະໄໝນັ້ນ Apple ຍັງເປັນພຽງແຕ່ບໍລິສັດນ້ອຍໆທີ່ບໍ່ມີໃຜຮູ້ຈັກ ຫຼື ແມ້ນແຕ່ຄອມພິວເຕີ Apple I ເອງທີ່ວາງຂາຍໃນປີ 1976 ກໍ່ມີຄົນຮູ້ຈັກກັນບໍ່ຄ່ອຍຫຼາຍ, ແຕ່ສິ່ງທີ່ເຮັດໃຫ້ຄົນຮູ້ຈັກກັບບໍລິສັດ Apple ຫຼາຍຂຶ້ນນັ້ນແມ່ນ Apple II ຄອມພິວເຕີສ່ວນບຸກຄົນລຸ່ນທີ 2 ຕໍ່ຈາກ Apple I ທີ່ໄດ້ເປີດໂຕຕໍ່ສາທາລະນະເມື່ອວັນທີ 16 ເມສາ 1977 ໃນງານ West Coast Computer Fair ແລະ ໄດ້ຮັບຄວາມສົນໃຈຈາກຄົນທີ່ເຂົ້າມາຮ່ວມງານຢ່າງຫຼວງຫຼາຍ. ຈົນມາເຖິງປີ 1984 ບໍລິສັດ Apple ຂອງ Steve Jobs ແລະ Steve Wozniak ກໍ່ໄດ້ສ້າງຄວາມແປກໃໝ່ໃຫ້ກັບວົງການຄອມພິວເຕີ ດ້ວຍການເປີດໂຕເຄື່ອງ Macintosh ທີ່ມີຈຸດເດັ່ນເໜືອຄູ່ແຂ່ງຢ່າງເຫັນໄດ້ຊັດເຈນເຊັ່ນ: ມີລະບົບຕິດຕໍ່ຜູ້ໃຊ້ງານ, ສະແດງຜົນພາບແບບກຣາຟິກ ຫຼື ທີ່ເອີ້ນກັນໃນປະຈຸບັນວ່າ: “GUI (Graphical User Interface)” ນັ້ນເອງ.
1985 ຄວາມເຈັບຊໍ້າຂອງ Jobs

ເຖິງແມ່ນວ່າ Steve Jobs ຈະມີຄວາມສາມາດ ແລະ ຄວາມຄິດທີ່ແປກໃໝ່ຢູ່ສະເໝີ ແຕ່ກໍ່ມີຂໍ້ເສຍຂອງຕົນເອງຢູ່ທີ່ Steve Jobs ເປັນຄົນທີ່ຂ່ອນຂ້າງຄຽດ ແລະ ອາລົມເສຍງ່າຍ, ຈົນເຮັດໃຫ້ທາງບອດບໍລິຫານຂອງ Apple ທົນບໍ່ໄຫວ ຕັດສິນໃຈໄລ່ Steve Jobs ອອກຈາກ Apple ແລະ ໃຫ້ John Sculley ອະດີດ CEO ຂອງ Pepsi ທີ່ Jobs ໄດ້ເປັນຄົນຕັດສິນໃຈ ແລະ ເລືອກລາວເຂົ້າມາເຮັດວຽກນໍາ ເຊິ່ງຖ້າຫາກໃຜໄດ້ເບິ່ງໜັງເລື່ອງ Jobs ກໍ່ຄົງຈະເຫັນສາກທີ່ Jobs ໄດ້ລົມກັບ John Sculley ຕອນຖືກໄລ່ອອກວ່າ:
ຄວາມຜິດພາດຄັ້ງໃຫຍ່ຂອງຂ້ອຍແມ່ນ ການທີ່ໄດ້ເລືອກເຈົ້າເຂົ້າມາເຮັດວຽກທີ່ Apple
ເຖິງແມ່ນວ່າ Jobs ຈະຖືກໄລ່ອອກຈາກບໍລິສັດ Apple ແຕ່ລາວກໍ່ບໍ່ຢຸດທີ່ຈະສ້າງສັນສິ່ງໃໝ່ໆ ພ້ອມກັບສ້າງຕັ້ງບໍລິສັດໃໝ່ຂຶ້ນມາຊື່ວ່າ: “NeXT” ແລະ ບໍ່ນານຕໍ່ຈາກນັ້ນ Apple ກໍ່ເລີ່ມປະສົບຄວາມລົ້ມເຫຼວ ແລະ ເຂົ້າສູ່ຍຸກຕົກຕໍ່າເຖິງຂະໜາດທີ່ ບໍລິສັດຖືກສານສັ່ງວ່າ: ຖ້າບໍ່ແກ້ໄຂບັນຫາຈະສັ່ງໃຫ້ບໍລິສັດ Apple ລົ້ມລະລາຍທັນທີ. ໃນຂະນະດຽວກັນ NeXT ຂອງ Jobs ກຳລັງເຂົ້າສູ່ຍຸກຮຸ່ງເຮືອງ.
Steve Jobs ວິລະບຸລຸດ ຜູ້ແກ້ວິກິດໃຫ້ Apple
ຈາກບັນຫາຄວາມລົ້ມເຫຼວ ແລະ ເຂົ້າສູ່ຍຸກຕົກຕໍ່າຂອງ Apple ເຮັດໃຫ້ບອດບໍລິຫານຂອງ Apple ໄດ້ຄົ້ນພົບວ່າ: ບໍລິສັັດ ແຫ່ງນີ້ບໍ່ມີ Jobs ບໍ່ໄດ້, ເລີຍໄດ້ຕັດສິນໃຈຊື້ກິດຈະການ NeXT ຂອງ Jobs ເພື່ອຄວ້າຕົວລາວກັບມາທີ່ Apple ເພື່ອກູ້ວິກິດການໃນຄັ້ງນີ້. ຫຼັງຈາກທີ່ Steve Jobs ໄດ້ກັບມາເຮັດວຽກທີ່ Apple ແລະ ໄດ້ກູ້ວິກິດນີ້ດ້ວຍການນໍາເອົາ ຄອມພິວເຕີມາປ່ຽນແປງຮູບຮ່າງ ແລະ ອອກແບບໃໝ່ໝົດໃຫ້ບໍ່ຄືໃຜ, ມີຈຸດເດັ່ນທີ່ມີສີຫຼາກຫຼາຍໃຫ້ເລືອກ, ເຮັດໃຫ້ນັກວິເຄາະ ແລະ ຜູ້ບໍລິໂພກໃນຍຸກນັ້ນພາກັນງົງວ່າ: Apple ໄດ້ຍັດບັນດາອຸປະກອນທັງໝົດເຊັ່ນ: CPU ກັບ Mainboard ໄວ້ຫຼັງໂຕເຄື່ອງໄດ້ແນວໃດ? ເຊິ່ງຄວາມແປກ ແລະ ຄວາມສ້າງສັນເຫຼົ່ານີ້ກໍ່ໄດ້ຕອບໂຈດຜູ້ບໍລິໂພກໄດ້ເປັນຢ່າງດີ ຈົນ Apple ສາມາດກູ້ວິກິດຂຶ້ນມາໄດ້ສ່ວນໜຶ່ງ, ແຕ່ກໍ່ບໍ່ໄດ້ຢຸດພຽງແຕ່ເທົ່ານັ້ນ. ມາໃນປີ 2001 Jobs ແລະ Jony Ive ຜູ້ຊ່ວຍຂອງລາວໄດ້ຄິດຄົ້ນ ແລະ ຕີຕະຫຼາດທາງຝັ່ງເຄື່ອງເພງ, ເຊິ່ງເຄື່ອງຫຼິ້ນເພງນີ້ກໍ່ບໍ່ແມ່ນຢ່າງອື່ນແຕ່ຢ່າງໃດ, ມັນແມ່ນ: “iPod” ນັ້ນເອງ ແລະ Jobs ກໍ່ໄດ້ສ້າງຄວາມຮືຮາໃຫ້ກັບຄົນທີ່ເຂົ້າມາຮ່ວມງານເປີດໂຕໃນຄັ້ງນີ້, ໂດຍເຜີຍວ່າ: iPod ຖືເປັນເຄື່ອງຫຼິ້ນເພງລຸ່ນແລກ ທີ່ເຮັດໃຫ້ສາມາດເກັບເພງທີ່ມັກເອົາໄວ້ໄດ້ທັງໝົດ 1,000 ເພງ, ພ້ອມກັບຄອນເຊັບທີ່ວ່າ:
1000 Song in your pocket
ຫຼື
1000 ເພງໃນກະເປົ໋າເຈົ້າ
ແລະ 1 ປີຖັດມາ, ປີ 2002 Jobs ກໍ່ໄດ້ກັບມາສ້າງຄວາມປະທັບໃຈອີກຄັ້ງເມື່ອ ໄດ້ເປີດໂຕ iTunes ໂປຣແກຣມຈັດການລົງເພງ ແລະ ຮ້ານຂາຍເພງ ເຊິ່ງຖືວ່າເປັນຫຍັງທີ່ແປກໃໝ່ຫຼາຍໃນຍຸກນັ້ນ, Jobs ເລີຍຕັດສິນໃຈເຂົ້າໄປນໍາສະເໜີກັບບັນດາຄ້າຍເພງຕ່າງໆໃຫ້ສາມາດນໍາເພງມາຂາຍເທິງ iTunes Store ໄດ້. ໂດຍໃນຊ່ວງທຳອິດ iTunes ມີເພງໃຫ້ດາວໂຫຼດປະມານ 200,000 ເພງ. ນັບຕັ້ງແຕ່ໄດ້ເປີດໃຫ້ບໍລິການການຊື້ເພງຜ່ານ iTunes ກໍ່ມີຍອດຜູ້ເຂົ້າມາຊື້ເພງຜ່ານ iTunes ໄປແລ້ວຫຼາຍກວ່າ 6 ລ້ານຄົນ.
iPhone ນະວັດຕະກຳທີ່ປ່ຽນໂລກທັງໃບ ແລະ ການຈາກໄປຕະຫຼອດການຂອງອັດສະລິຍະບຸກຄົນ.

ຫາກຍັງຈຳກັນໄດ້ ເມື່ອປະມານ 10 ປີທີ່ແລ້ວ, ມະນຸດເຮົາທຸກຄົນຍັງຄົງໃຊ້ໂທລະສັບມືຖືແບບປົກກະຕິ ທີ່ສາມາດເຮັດໄດ້ພຽງແຕ່ໂທອອກ ແລະ ຮັບສາຍ ຫຼື ສົ່ງ SMS ເທົ່ານັ້ນ, ເຕັມທີ່ກໍ່ຟັງເພງໄດ້ນໍາ, ຕໍ່ໃຫ້ມີໜ້າຈໍສຳຜັດແບບ Multi Touch ແຕ່ກໍ່ສາມາດເຮັດໄດ້ຈໍາກັດ, ແຕ່ໃນປີ 2007 ຖືເປັນຈຸດເລີ່ມຕົ້ນຂອງການປ່ຽນແປງຄັ້ງໃຫຍ່ເລີຍ ເມື່ອ Jobs ໄດ້ຄິດຄົ້ນໃຫ້ໂທລະສັບມືຖືສາມາດໃຊ້ງານສິ່ງຕ່າງໆໄດ້ຄ້າຍຄືກັນກັບເປັນຄອມພິວເຕີເຊັ່ນ: ໂທອອກ ແລະ ຮັບສາຍ ຫຼື ສົ່ງ SMS ໄດ້, ຕໍ່ອິນເຕີເນັດ, ໂຫຼດ ແລະ ລົງ Software ໄດ້, ຟັງເພງໄດ້ເປັນຕົ້ນ. ນອກຈາກການໃຊ້ງານແບບຄອມພິວເຕີໄດ້ແລ້ວ ຍັງໃຊ້ງານໄດ້ຂ່ອນຂ້າງງ່າຍ ຈົນໄດ້ຮັບຄວາມສຳເລັດ ແລະ ເຮັດໃຫ້ Apple ໄດ້ກາຍເປັນບໍລິສັດທີ່ມີມູນຄ່າຫຼາຍທີ່ສຸດໃນໂລກຈົນຮອດປະຈຸບັນ ສິ່ງນັ້ນແມ່ນ: “iPhone“ ນັ້ນເອງ. ແລະ ມາຮອດວັນທີ 5 ຕຸລາ 2011 Steve Jobs ກໍ່ໄດ້ເສຍຊີວິດລົງ ຫຼັງຈາກທີ່ Apple ໄດ້ເປີດໂຕ iPhone 4S ໄດ້ພຽງ 1 ມື້.
ເປັນການປິດສາກມະຫາກາບເລື່ອງລາວການເດີນທາງຊີວິດ ທີ່ໜ້າສົນໃຈຂອງ Steve Jobs ຜູ້ທີ່ເອີ້ນໄດ້ວ່າເປັນ: ອັດສະລິຍະແຫ່ງວົງການໄອທີ ຜູ້ປ່ຽນໂລກ.

ວີດີໂອ Steve Jobs ກ່າວຄຳປາໄສທີ່ພິທິຮັບໃບປະກາດ ທີ່ມະຫາວິທະຍາໄລ ສະແຕນຟອດ 12 ມິຖຸນາ 2005 (ເພື່ອໃຫ້ຫຼາຍຄົນເຂົ້າໃຈນຳກັນ ເລີຍເລືອກເອົາໂຕທີ່ມີຊັບພາສາໄທນໍ້, ເຖິງຄລິບຈະບໍ່ແຈ້ງ ແຕ່ຄວາມໝາຍດີຫຼາຍ)
ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com/
ຂອບໃຈແຫຼ່ງຂ່າວຈາກ: pantip, allaboutstevejobs
ไม่มีความคิดเห็น:
แสดงความคิดเห็น