ຈາກສິ່ງປະດິດຫຼາຍແສນຫຼາຍລ້ານຢ່າງ ຈະມີພຽງບາງຢ່າງທີ່ມີຄວາມສຳຄັນຢ່າງຫຼວງຫຼາຍ ແລະ ມີຜົນເຮັດໃຫ້ເກີດການປ່ຽນແປງຕໍ່ຊີວິດຄວາມເປັນຢູ່ ຂອງຜູ້ຄົນທົ່ວໂລກ ແລະ ຕໍ່ໄປນີ້ແມ່ນ: 10 ສຸດຍອດສິ່ງປະດິດ ທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການຂອງໂລກ.
10ເຈ້ຍ
ເຈ້ຍຖືກຄິດຄົ້ນໃນສະໄໝບູຮານຂອງຈີນໃນລາຊະວົງຮັ່ນ (206 ປີກ່ອນ ຄ.ສ – ຄ.ສ 220) ແລະ ແຜ່ກະຈາຍໄປຢ່າງຊ້າໆທາງທິດຕາເວັນຕົກ ຜ່ານເສັ້ນທາງສາຍໄໝ. ອຸດສາຫະກຳການຜະລິດເຈ້ຍໃນເອີຣົບ ເລີ່ມຕົ້ນໂດຍຊາວມຸສລິມ ທີ່ອາໄສຢູ່ເທິງຄາບສະໝຸດໄຊບີເຣຍ (ປະຈຸບັນນີ້ແມ່ນໂປຕຸເກດ ແລະ ສະເປນ) ແລະ ເກາະຊີຊີລີ ໃນສະຕະວັດທີ 10 ແລະ ແຜ່ກະຈາຍໄປຊ້າໆໄປຍັງອີຕາລີ ແລະ ທາງພາກໃຕ້ຂອງຝລັ່ງຈົນຮອດເຢຍລະມັນ. ປະມານປີ ຄ.ສ 1400 ມີວັດສະດຸທີ່ຄ້າຍກັບເຈ້ຍອື່ນໆທີ່ຖືກໃຊ້ງານ ລວມທັງເຈ້ຍປາປີຣຸສ, ແຜ່ນໜັງສັດ, ໃບປາມ, ເຈ້ຍໜັງ ເປັນຕົ້ນ. ແຕ່ສິ່ງເຫຼົ່ານີ້ມີລາຄາແພງ ແລະ ຫາໄດ້ຍາກ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນໄປນຳ ແລະ ຕໍ່ມາເຈ້ຍທີ່ຜະລິດຈາກໄມ້ກໍ່ໄດ້ເລີ່ມເຂົ້າມາມີບົດບາດ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດຂຶ້ນເລື້ອຍໆ.
9ເຂັມທິດ
ຊາວເຮືອບູຮານໃຊ້ດວງດາວໃນການນຳທາງ ແຕ່ວິທີນີ້ໃຊ້ບໍ່ໄດ້ໃນເວລາກາງເວັນ ຫຼື ຄືນທີ່ມີເມກຫຼາຍ. ດັ່ງນັ້ນ, ເຮັດໃຫ້ການເດີນເຮືອມີຄວາມສ່ຽງຫຼາຍ.
ຊາວຈີນປະດິດເຂັມທິດຂຶ້ນເປັນເທື່ອທຳອິດໃນຊ່ວງສະຕະວັດທີ 9 ຫາ 11, ມັນເຮັດມາຈາກແຮ່ທາດຊະນິດໜຶ່ງ ທີ່ມີຄຸນສົມບັດເປັນແມ່ເຫຼັກທຳມະຊາດ (ໃນຮູບເປັນແບບຈຳຮອງ ຂອງເຂັມທິດຈີນບູຮານຈາກລາຊະວົງຮັ່ນ, ມັນແມ່ນບ່ວງທີ່ຊີ້ໄປທາງທິດໃຕ້, ເຮັດມາຈາກແຮ່ເຫຼັກຂັດຜິວມັນ). ບໍ່ນານຫຼັງຈາກນັ້ນເທັກໂນໂລຢີນີ້ຖືກສົ່ງຜ່ານໄປຍັງເອີຣົບ ແລະ ອາຫຼັບ ຜ່ານການຕິດຕໍ່ທາງທະເລ. ເຂັມທິດຊ່ວຍໃຫ້ຄົນເດີນທາງທາງເຮືອ ໃຊ້ນຳທາງໄດ້ຢ່າງປອດໄພ ເຖິງແມ່ນວ່າຈະຫ່າງໄກຈາກແຜ່ນດິນ, ເຮັດໃຫ້ມີການຄ້າຂາຍທາງທະເລມີການເພີ່ມຂຶ້ນ ແລະ ມີສ່ວນຊ່ວຍຕໍ່ການເຂົ້າສູ່ຍຸກແຫ່ງການຄົ້ນພົບສິ່ງຕ່າງໆ, ບໍ່ວ່າຈະເປັນປະເທດ ຈົນໄປຮອດທະວີບເປັນຕົ້ນ.
8ແທ່ນພິມ
ພວກເຮົາມີຄວາມເຊື່ອວ່າຄົນທີ່ປະດິດແທ່ນພິມແມ່ນ ໂຍຮັນ ກູເທັນແບັກ (Johann Gutenberg) ໃນຊ່ວງທົດສະວັດ 1430s ແຕ່ຄວາມຈິງລາວໄດ້ປັບປຸງເທັກໂນໂລຢີ ທີ່ມີຢູ່ກ່ອນແລ້ວ ແລະ ເຮັດໃຫ້ມັນໃຊ້ງານໄດ້ດີ ແລະ ມີປະສິດທິພາບຈົນເປັນທີ່ນິຍົມໄປທົ່ວໂລກ. ໃນຊ່ວງເວລານັ້ນມີເຈ້ຍ ແລະ ແມ່ພິມບລ໋ອກຢູ່ແລ້ວ (ຊາວຈີນມີໃຊ້ຕັ້ງແຕ່ສະຕະວັດທີ 11) ແຕ່ຕິດຂັດທີ່ຄວາມຊັບຊ້ອນຂອງພາສາ ເຮັດໃຫ້ມັນບໍ່ເປັນທີ່ນິຍົມເທົ່າທີ່ຄວນ. ມາໂຄ ໂປໂລ ນັກເດີນທາງຊາວອີຕາລີນຳເອົາຄວາມຄິດນີ້ເຂົ້າໄປເອີຣົບໃນປີ ຄ.ສ 1295. ແລະ ໃນທ້າຍທີ່ສຸດດ້ວຍຄວາມກ້າວໜ້າຂອງນ້ຳໝຶກ ແລະ ການຜະລິດເຈ້ຍ ໄດ້ຊ່ວຍປະຕິວັດທັງໝົດຂອງການຜະລິດສິ່ງພິມຕ່າງໆ.
ແທ່ນພິມເຮັດໃຫ້ຂໍ້ມູນຂ່າວສານຈຳນວນມະຫາສານໄດ້ຮັບການບັນທຶກ ແລະ ເຜີຍແຜ່ໄປທົ່ວໂລກ, ແຕ່ກ່ອນໜ້ານີ້ມີສະເພາະຄົນລວຍເທົ່ານັ້ນທີ່ສາມາດຊື້ປຶ້ມໄດ້ ແຕ່ດ້ວຍຄວາມກ້າວໜ້າຂອງແທ່ນພິມ ເຮັດໃຫ້ລາຄາປຶ້ມຫຼຸດລົງ. ນອກຈາກນີ້ແທ່ນພິມອາດຍັງຊ່ວຍໃຫ້ມີການເກີດແກ່ສິ່ງປະດິດຕ່າງໆ ໂດຍການກະຈາຍຄວາມຮູ້ໃຫ້ແກ່ຜູ້ຄົນກວ່າພັນລ້ານຄົນ ເຮັດໃຫ້ເຂົາເຈົ້າໄດ້ມີຄວາມຮູ້ໃນການປະດິດສິ່ງຕ່າງໆ ໃນຫຼາຍສະຕະວັດທີ່ຜ່ານມາຈົນມາຮອດປະຈຸບັນ.
7ເຄື່ອງຈັກອາຍນ້ຳ
ກ່ອນທີ່ຈະມີການປະດິດຂອງເຄື່ອງຈັກອາຍນ້ຳ ຜະລິດຕະພັນສ່ວນໃຫຍ່ເຮັດຂຶ້ນມາຈາກມື, ກັງຫັນນ້ຳ ແລະ ແຮງງານສັດ, ມີຄວາມສາມາດໃຊ້ເຂົ້າໃນງານອຸດສະຫະກຳທີ່ຂ້ອນຂ້າງຈຳກັດ. ການປະຕິວັດອຸດສາຫະກຳ ທີ່ເຮັດໃຫ້ເກີດການປ່ຽນແປງທີ່ຍິ່ງໃຫຍ່ທີ່ສຸດ ໂດຍການໃຊ້ເວລາທີ່ສັ້ນ ແມ່ນໄດ້ຮັບຄວາມສຳເລັດດ້ວຍເຄື່ອງຈັກອາຍນ້ຳ.
ແນວຄິດຂອງການນຳໃຊ້ອາຍນ້ຳໃນການຂັບເຄື່ອນເຄື່ອງຈັກ ມີມານານເປັນພັນໆປີ ແຕ່ການສ້າງເຄື່ອງຈັກຂອງ ໂທມັສ ນິວໂຄເມັນ (Thomas Newcomen) ໃນປີ 1712 ຖືເປັນຄັ້ງທຳອິດທີ່ສາມາດໃຊ້ປະໂຫຍດຈາກພະລັງງານອາຍນ້ຳ (ໂດຍການສູບນ້ຳອອກຈາກເໝືອງແຮ່). ໃນປີ 1769 ເຈມສ໌ ວັດທ໌ (James Watt) ໄດ້ປັບປຸງເຄື່ອງຈັກຂອງ ນິວໂຄເມັນ ເຊິ່ງເຮັດໃຫ້ກຳລັງຂອງເຄື່ອງຈັກເພີ່ມຂຶ້ນຢ່າງມະຫາສານ ແລະ ສາມາດນຳໄປໃຊ້ໄດ້ຢ່າງດີ ແລະ ໄດ້ຮັບການພັດທະນາໃຫ້ດີຂຶ້ນເລື້ອຍໆ. ດັ່ງນັ້ນ, ວັດທ໌ ຈຶ່ງໄດ້ຮັບການຍົກຍ່ອງວ່າ: ເປັນຜູ້ປະດິດເຄື່ອງຈັກອາຍນ້ຳ.
6ໂທລະສັບ
ເຖິງແມ່ນວ່າ ຈະມີນັກປະດິດຫຼາຍຄົນໄດ້ມີການລິເລີ່ມການສົ່ງສຽງຜ່ານທາງອີເລັກໂທຣນິກ (ຫຼາຍຄົນໄດ້ຍື່ນຟ້ອງຄະດິຊັບສິນທາງປັນຍາ ເມື່ອມີການໃຊ້ໂທລະສັບເກີດຂຶ້ນ) ແຕ່ ອເລັກຊັນເດີ ເກຣແຮັມ ເບລ (Alexander Graham Bell)ເປັນຄົນທຳອິດທີ່ໄດ້ຮັບສິດທິບັດສຳຫຼັບໂທລະສັບໄຟຟ້າໃນປີ 1876 ເຊິ່ງລາວໄດ້ຮັບແຮງບັນດານໃຈມາຈາກການສອນຄົນ ແລະ ການໄດ້ໄປຢ້ຽມຢາມແມ່ຂອງລາວ ທີ່ມີບັນຫາກ່ຽວກັບການໄດ້ຍິນ. ຮູບດ້ານລຸ່ມແມ່ນ ສິດທິບັດຂອງ ອເລັກຊັນເດີ ເກຣແຮັມ ເບລ.

5ຢາເພນນິຊິລລິນ
ມັນເປັນໜຶ່ງໃນເລື່ອງລາວການຄົ້ນພົບ ທີ່ມີຊື່ສຽງຫຼາຍທີ່ສຸດໃນປະຫວັດສາດ ໃນປີ 1928 ນັກວິທະຍາສາດຊາວສະກ໋ອດແລນ, ນາມວ່າ: ອເລັກຊັນເດີ ເຟລມມິງ (Alexander Fleming) ພົບວ່າ: ຈານບົ່ມເຊື້ອແບັກທີເຣຍໃນຫ້ອງແລັບ ທີ່ຝາປິດຖືກເປີດປະໄວ້ໂດຍບໍ່ໄດ້ຕັ້ງໃຈ ຈຶ່ງໄດ້ມີເຊື້ອລາປະປົນເຂົ້າມາ ແລະ ທຸກບໍລິເວນທີ່ມີເຊື້ອລາຢູ່ແບັກທີເຣຍຊິຕາຍ ເຊິ່ງຕໍ່ມາກໍ່ພົບວ່າ: ລາເຫຼົ່ານີ້ແມ່ນລາເພນນິຊິລລຽມ ແລະ ອີກສອງທົດສະວັດຕໍ່ມາ ນັກເຄມີໄດ້ສະກັດເຊື້ອລາດັ່ງກ່າວ ແລະ ພັດທະນາເປັນຢາເພນນິຊິລລິນ ເຊິ່ງເປັນຢາປະຕິຊີວະນະໂຕທຳອິດຂອງໂລກ ທີ່ໃຊ້ຮັກສາອາການຕິດເຊື້ອແບັກທີເຣຍໄດ້ຫຼາຍຊະນິດ ໂດຍບໍ່ເປັນອັນຕະລາຍຕໍ່ກັບມະນຸດ ແລະ ໄດ້ມີການຜະລິດຢາເພນນິຊິລລິນ, ພ້ອມທັງອອກວາງຈຳໜ່າຍຢ່າງຈິງຈັງປະມານຊ່ວງປີ 1944.
4ຫຼອດໄຟ
ຕາມປົກກະຕິແລ້ວບໍ່ມີສິ່ງປະດິດສຳຄັນອັນໃດ ທີ່ມາຈາກຄວາມຄິດຂອງນັກປະດິດພຽງຄົນດຽວ, ທຸກສິ່ງປະດິດຖືກສ້າງຂຶ້ນຈາກການປັບປຸງສິ່ງທີ່ໄດ້ອອກແບບມາກ່ອນໜ້ານັ້ນ ແລະ ຄົນທີ່ສາມາດເຮັດສຳເລັດແມ່ນຄົນທຳອິດທີ່ເຮັດໃຫ້ໃຊ້ງານໄດ້ໃນທາງການຄ້າ. ດັ່ງເຊັ່ນ ກໍລະນີຂອງຫຼອດໄຟ ເຮົາຈະຄິດທັນທີທັນໃດວ່າ: ໂທມັສ ເອດິສັນ (Thomas Edison) ເປັນຜູ້ປະດິດດອກໄຟ ແຕ່ຄວາມຈິງແລ້ວມີຄົນຫຼາຍສິບຄົນກຳລັງເຮັດວຽກກັບຄວາມຄິດທ່ຄ້າຍກັນໃນສະຕະວັດທີ 1870s ຂະນະທີ່ ເອດີສັນ ກຳລັງພັດທະນາແບບໄສ້ຂອງລາວ, ໂຈເຊຟ ສວອນ (Joseph Swan) ໄດ້ເຮັດສິ່ງທີ່ຄ້າຍຄືກັນໃນສະຫາລາຊະອານາຈັກໃນເວລາດຽວກັນ ແລະ ໃນທີ່ສຸດທັງສອງກໍ່ໄດ້ລວມຄວາມຄິດຂອງພວກເຂົາເຂົ້ານຳກັນ ແລະ ກາຍເປັນບໍລິສັດດຽວກັນຄື: Ediswan.
ເຈົ້າອາດຄິດວ່າ ຫຼອດໄຟປ່ຽນແປງໂລກດ້ວຍການໃຫ້ຜູ້ຄົນສາມາດເຮັດວຽກໃນເວລາກາງຄືນ ຫຼື ທີ່ມືດໄດ້ ແຕ່ໃນເວລານັ້ນເຮົາກໍ່ມີຕະກຽງແກັສລາຄາຖືກ, ປະສິດທິພາບດີ ແລະ ແຫຼ່ງກຳເນີດແສງອື່ນໆແລ້ວໃນເວລານັ້ນ. ແຕ່ຄວາມຈິງແລ້ວ ການຈ່າຍກະແສໄຟຟ້າໃຫ້ກັບທຸກບ້ານ ແລະ ທຸກແຫຼ່ງທຸລະກິດຕ່າງຫາກທີ່ປ່ຽນໂລກ. ທຸກມື້ນີ້ໂລກຂອງເຮົາເຕັມໄປດ້ວຍອຸປະກອນໄຟຟ້າ ທີ່ເຮົາສາມາດສຽບປັກສຽບໃຊ້ງານໄດ້ເກືອບທຸກບ່ອນ ຕ້ອງຂອບໃຈດອກໄຟທີ່ພາໃຫ້ເກີດສິ່ງຕ່າງໆເຫຼົ່ານັ້ນ.
3ເຮືອບິນ (ຍົນ)
ການເດີນທາງໂດຍເຮືອກໍ່ໂອເຄ ແຕ່ການເດີນທາງໂດຍເຮືອບິນໄດ້ຮັບການພິສູດແລ້ວວ່າດີກວ່າ ເພື່ອໄປໃຫ້ຮອດຈຸດໝາຍປາຍທາງໄດ້ໄວຂຶ້ນ ແລະ ສິ່ງນີ້ເຮົາເປັນໜີ້ບຸນຄຸນຂອງສອງພີ່ນ້ອງຕະກຸນໄຣຕ໌ (Wilbur-Orville Wright) ທີ່ໄດ້ຄິດຄົ້ນ ແລະ ປະສົບຄວາມສຳເລັດໃນການບິນໄດ້ຄັ້ງທຳອິດໃນປີ 1903. ເຊິ່ງທາງ ອັບບັສ ອິບນຸ ເຟີນັສ (Abbas Ibn Firnas) ໄດ້ພະຍາຍາມຄິດຄົ້ນເຮືອບິນຄັ້ງທຳອິດໃນສະຕະວັດທີ 9 ແຕ່ບໍ່ປະສົບຜົນສຳເລັດ, ມີແຕ່ສອງພີ່ນ້ອງຕະກຸນໄຣທ໌ເທົ່ານັ້ນ ທີ່ເຮັດໃຫ້ເຮົາມີເຄື່ອງບິນ ມີປີກທີ່ທັນສະໄໝສຳລັບການເດີນທາງທົ່ວໂລກ.
2ຄອມພິວເຕີ
ຄອມພິວເຕີບໍ່ໄດ້ສ້າງໂດຍນັກປະດິດພຽງຄົນດຽວ ເຖິງແມ່ນວ່າຄວາມຄິດຂອງນັກຄະນິດສາດຊາວອັງກິດ ອລັນ ທູລິ່ງ (Alan Turing) ຖືວ່າມີອິດທິພົນຢ່າງເດັ່ນຊັດໃນວົງການຄອມພິວເຕີ. ເຄື່ອງຄຳນວນແບບເຄື່ອງກົນມີຕັ້ງແຕ່ປີ 1800 ແຕ່ຄອມພິວເຕີອີເລັກໂທຣນິກຖືກຄິດຄົ້ນໃນສະຕະວັດທີ 20.
ຄອມພິວເຕີສາມາດເຮັດການຄຳນວນທາງຄະນິດສາດທີ່ຊັບຊ້ອນໄດ້ ໃນອັດຕາທີ່ໄວເຫຼືອເຊື່ອ, ຄອມພິວເຕີຖືກໃຊ້ງານໃນຫຼາກຫຼາຍຮູບແບບ, ຖ້າຫາກເຮົາພຽງແຕ່ກວດສອບ ການໃຊ້ງານທີ່ສຳຄັນເຫຼົ່ານັ້ນຂອງຄອມພິວເຕີ ເຮົາຈະເຫັນໄດ້ວ່າເຮົາຕ້ອງໄດ້ເພິ່ງພາມັນຕະຫຼອດເວລາ, ຄອມພິວເຕີເຮັດໃຫ້ເຮົາເກັບຂໍ້ມູນໄດ້ມະຫາສານ ແລະ ສາມາດດຶງຂໍ້ມູນອອກມາໄດ້ເກືອບຈະທັນທີ. ຫຼາຍສິ່ງຫຼາຍຢ່າງທີ່ເຮົາໃຊ້ປະໂຫຍດຢູ່ທຸກວັນນີ້ ຈະບໍ່ສາມາດເຮັດວຽກໄດ້ໂດຍປາສະຈາກຄອມພິວເຕີ ບໍ່ວ່າຈະເປັນລົດໄຟຟ້າ, ໂຮງໄຟຟ້າ ໄປຈົນຮອດໂທລະສັບ.
1ອິນເຕີເນັດ
ລະບົບເຄືອຂ່າຍຄອມພິວເຕີທີ່ເຊື່ອມໂຍງກັນທົ່ວໂລກ ຫຼື ອິນເຕີເນັດ ຖືກໃຊ້ໂດຍຜູ້ຄົນນັບພັນລ້ານຄົນທົ່ວໂລກ. ມີຄົນເປັນຈຳນວນຫຼວງຫຼາຍທີ່ຊ່ວຍກັນພັດທະນາມັນຂຶ້ນມາ ແຕ່ຄົນສ່ວນໃຫຍ່ຈະໃຫ້ເຄຣດິດ ກັບນັກວິທະຍາສາດຄອມພິວເຕີ ນາມວ່າ: ລໍເລນຊ໌ ໂຣເບີທສ໌ (Lawrence Roberts) ໂດຍໃນຊ່ວງທົດສະວັດ 1960s ນັກວິທະຍາສາດຄອມພິວເຕີທີ່ເຮັດວຽກໃຫ້ກັບກະຊວງປ້ອງກັນປະເທດ ທີ່ໜ່ວຍງານ ARPA (Advanced Research Projects Agency) ໄດ້ສ້າງເຄືອຂ່າຍການສື່ສານ ເພື່ອເຊື່ອມຕໍ່ຄອມພິວເຕີໃນໜ່ວຍງານ ເອີ້ນຊື່ເຄືອຂ່າຍວ່າ: ARPANET ໂດຍການໃຊ້ວິທີການສົ່ງຂໍ້ມູນທີ່ເອີ້ນວ່າ: “ແພັກເກຕສວິຊຊິງ (packet switching)” ເຊິ່ງ ໂຣເບີທສ໌ ທີ່ເປັນສະມາຊິກຂອງທີມງານ ທີ່ໄດ້ພັດທະນາລະບົບບົນພື້ນຖານຂອງງານນັກວິທະຍາສາດຄອມພິວເຕີຜູ້ອື່ນໆ ທີ່ເຮັດໄວກ່ອນໜ້ານີ້ ແລະ ສາມາດເວົ້າໄດ້ວ່າ: ARPANET ແມ່ນບັນພະບຸລຸດຂອງອິນເຕີເນັດ.
ຂອບໃຈແຫຼ່ງຂ່າວຈາກ: livescience, takieng
ไม่มีความคิดเห็น:
แสดงความคิดเห็น