ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 8 กันยายน พ.ศ. 2559

    ເລຂາທິການໃຫຍ່ ສປຊ ຢ້ຽມຢາມ ສູນຝຶກອົບຮົມເກັບ ກູ້ລະເບີດແຫ່ງຊາດ

    ຂປລ. ໃນຕອນບ່າຍ ຂອງວັນທີ 7 ກັນຍາ 2016, ທ່ານ ບັນກີມູນ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ, ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ສູນຝຶກອົບຮົມ ເກັບກູ້ລະເບີດແຫ່ງຊາດ, ຢູ່ບ້ານອີ່ໄລ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ.
    ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານວ່າ: ສປປ ລາວ ເປັນປະເທດດຽວໃນໂລກ ທີ່ຖືກກະທົບຢ່າງໜັກໜ່ວງ ຈາກລະເບີດບໍ່ທັນແຕກ ຕົກຄ້າງໃນຊຸມປີ 1964-1973, ມີລະເບີດຫລາຍກວ່າ 2 ລ້ານໂຕນ ຖືກຖີ້ມລົງໃສ່ຜືນແຜ່ນດິນລາວ. ບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງ ຈຶ່ງເປັນບັນຫາທີ່ຂົ່ມຂູ່ ຕໍ່ຊີວິດຂອງປະຊາຊົນລາວ ບັນດາເຜົ່າ ແລະ ເປັນອຸປະສັກ ອັນໃຫຍ່ຫລວງ ຕໍ່ການພັດພັນທະນາ ເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ຕໍ່ບັນຫາດັ່ງກ່າວ, ລັດຖະບານຈຶ່ງໄດ້ ເລີ່ມປະຕິບັດວຽກງານ ເກັບກູ້ລະເບີດ ບໍ່ທັນແຕກ ແຕ່ປີ 1996 ໂດຍໄດ້ສ້າງແຜນຍຸດທະສາດ ເພື່ອແກ້ໄຂບັນຫານີ້ ສຳລັບປີ 2011-2020 ແລະ ໃນປີ 2010 ລັດຖະບານ ໄດ້ຮັບຮອງເອົາ MDG 9 ເປັນເປົ້າໝາຍສະເພາະຂອງ ສປປ ລາວ ໃນການແກ້ໄຂ ບັນຫາລະເບີດບໍ່ທັນແຕກ ໂດຍໄດ້ກຳນົດໄວ້ໃນແຜນ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ.
    ໃນກອງປະຊຸມ ສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້, ລັດຖະບານ ຈຶ່ງໄດ້ປະກາດ ໃຫ້ວຽກງານ ແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງເປັນເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ອັນດັບທີ 18 ດ້ວຍເຫດນີ້ ລັດຖະບານ ຍັງມີຄວາມຕ້ອງການ ທາງດ້ານທຶນຮອນ, ເຕັກນິກວິ ຊາການ ຢ່າງຫລວງຫລາຍ ຈາກພາຍໃນ ແລະ ຕ່າງປະເທດ, ຈຶ່ງຂໍຮຽກຮ້ອງມາຍັງ ບັນດາປະເທດ ຜູ້ໃຫ້ທຶນຊ່ວຍເຫລືອ, ອົງການຈັດຕັ້ງສາກົນຕ່າງໆ ໂດຍສະເພາະ ອົງການສະຫະປະຊາຊາດ ຈົ່ງສືບຕໍ່ໃຫ້ ການສະໜັບສະໜູນ ວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ນັບມື້ໝົດໄປ ຈາກຜືນແຜ່ນດິນລາວ.
    ໃນໂອກາດດຽວກັນ ນີ້, ທ່ານ ບັນກີມູນ ກໍໄດ້ສະແດງຄວາມຍິນດີ ຕໍ່ຄວາມພະຍາຍາມ ຂອງລັດຖະບານລາວ ເພື່ອແກ້ບັນຫາ ລະເບີດບໍ່ທັນແຕກ ເພື່ອຄວາມປອດໄພ ແລະ ຢູ່ດີກິນດີ ຂອງປະຊາຊົນ. ສປຊ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນວຽກງານດັ່ງກ່າວ ຕາມຄວາມເໝາະສົມ./.

    ไม่มีความคิดเห็น:

    แสดงความคิดเห็น