ຂປລ.ໂດຍຕອບສະໜອງຕາມການເຊີນຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ທ່ານ ຊິນໂຊອາເບະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢຽ້ມຢາມ ສປປ ລາວ ຢ່າງເປັນທາງການ. ໃນວັນທີ 6-8 ກັນຍາ 2016 ທີ່ນະຄອນຫລວງວຽງຈັນ.
ໃນວັນທີ 6 ກັນຍາ 2016 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີຕ້ອນຮັບຢ່າງເປັນທາງ ການ ແລະ ພົບປະສອງຝ່າຍ ລະຫວ່າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ເຊິ່ງການພົບປະສອງຝ່າຍ ໄດ້ແລກປ່ຽນ ຄໍາຄິດຄຳເຫັນ ແລະ ປຶກສາຫາລືກັນດ້ວຍບັນຍາກາດສະໜິດສະໜົມເຂົ້າອົກເຂົ້າໃຈ ແລະ ກົງໄປກົງມາ ກ່ຽວກັບການຮ່ວມມືຂອງສອງປະເທດ, ປຶກສາຫາລືກ່ຽວກັບການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງສປປ ລາວ ແລະ ຍີ່ປຸ່ນ, ສອງຝ່າຍໄດ້ຕິລາຄາສູງ ຕໍ່ການເປັນຄູ່ຮ່ວມມືຍຸດທະສາດ ທີ່ນັບມື້ນັບຂະຫຍາຍຕົວ ເຫັນໄດ້ຈາກການຮ່ວມມື ໃນຫລາຍຂົງເຂດໄດ້ຮັບຜົນສໍາເລັດດີ ໂດຍສະເພາະຕົວເລກທາງດ້ານການຄ້າ, ການລົງທຶນ ແລະ ນັກທ່ອງທ່ຽວຂອງຍີ່ປຸ່ນ ມີຈໍານວນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຫັນດີຮັບຮອງເອົາແຜນ ການຮ່ວມມືການພັດທະນາ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເພື່ອແນ່ໃສ່ພັດທະນາປະເທດລາວ ແບບ ຢືນຍົງຄຽງຄູ່ກັບແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ່ 8 ຂອງສປປ ລາວ; ສອງຝ່າຍຍິນດີ ທີ່ ຈະສືບຕໍ່ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ວັດທະນະທໍາ ລວມເຖິງບັນຫາຕ່າງໆທີ່ຢູ່ພາຍໃຕ້ກອບການຮ່ວມມືນໍາກັນ ແລະ ໄດ້ຕີລາຄາສູງຕໍ່ຜົນສໍາ ເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນເດືອນກໍລະກົດ 2016 ຜ່ານມາ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາເຫັນ ຕໍ່ສະພາບການໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງ ຄວາມຂອບໃຈຕໍ່ການຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ຂອງລັດຖະບານຍີ່ປຸ່ນ ຕະ ຫລອດໄລຍະຜ່ານມາ ໂດຍສະເພາະລັດຖະບານຍີ່ປຸ່ນ ໄດ້ຕົກລົງເຫັນດີໃຫ້ການຊ່ວຍເຫລືອລ້ານອກໂຄງ ການ (NonProject) ສົກປີ 2016 ແກ່ສປປ ລາວ ມູນຄ່າ 500 ລ້ານເຢັນ ເພື່ອດູ່ນດ່ຽງງົບປະມານແຫ່ງຊາດ, ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫລືອດ້ານຕ່າງໆ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆຕື່ມອີກ./

ไม่มีความคิดเห็น:
แสดงความคิดเห็น