ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 3 กันยายน พ.ศ. 2559

    Facebook ເພີ່ມຄວາມສາມາດ Instant Video ລົງແອັບ Messenger ໃຊ້ວີດີໂອແທນຂໍ້ຄວາມ

    ຊ່ວງນີ້ເອີ້ນໄດ້ວ່າພັດທະນາກັນຢ່າງຕໍ່ເນື່ອງສຳຫຼັບ Facebook Messenger ທີ່ລ່າສຸດໄດ້ປະກາດເປີດໂຕຄວາມສາມາດ Instant Video ໃຫ້ຜູ້ໃຊ້ສາມາດເຫັນໜ້າກັນໄດ້ຜ່ານວີດີໂອສົດໃນໜ້າແຊັດໄດ້ແລ້ວ.
    Instant Video ນັ້ນເປັນການສົນທະນາຜ່ານວີດີໂອແບບ real-time ໃຫ້ການແຊັດຜ່ານ Facebook Messenger ນັ້ນໃກ້ຊິດກັບຄູ່ສົນທະນາຫຼາຍຂຶ້ນ (ແຊັດໄປເຫັນໜ້າໄປນຳ) ເຊິ່ງຈັດເປັນຄວາມສາມາດໃໝ່ທີ່ມີປະໂຫຍດຫຼາຍ ແລະ ເຮັດໃຫ້ Facebook Messenger ເປັນອີກໜຶ່ງແອັບແຊັດທີ່ສາມາດປັບໂຕໄດ້ໄວ.
    instant-video-1
    instant-video-1ສຳລັບການໃຊ້ງານ Instant Video ຜູ້ໃຊ້ ແລະ ຄູ່ສົນທະນາຕ້ອງໄດ້ອັບເດດ Facebook Messenger ເປັນເວີຊັ່ນລ່າສຸດ ແລະ ເມື່ອເຂົ້າໄປທີ່ໜ້າສົນທະນາແລ້ວ ໃຫ້ກົດເລືອກແທັບຫຼິ້ນວີດີໂອທາງດ້ານຂວາເທິງ ເພື່ອເລີ່ມຫຼິ້ນວີດີໂອແບບreal-time. ນອກຈາກນີ້ຄູ່ສົນທະນາຂອງເຮົານັ້ນ ຍັງສາມາດເບິ່ງວີດີໂອຍ້ອນຫຼັງ ແລະ ສາມາດແຊລົງໂຊຊຽວເນັດເວີກ ໄດ້ອີກດ້ວຍ.
    ເບິ່ງວີດີໂອເພີ່ມຕື່ມກ່ຽວກັບການໃຊ້ຄວາມສາມາດນີ້.

    ຂອບໃຈແຫຼ່ງຂ່າວຈາກ: beartainewsroom
    ຂອບໃຈແຫຼ່ງຂ່າວຈາກ: http://www.devcrown.com/

    ไม่มีความคิดเห็น:

    แสดงความคิดเห็น