ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 11 ตุลาคม พ.ศ. 2559

    ມາເບິ່ງ 10 ອັນດັບໂຕລະຄອນໃນເກມ ທີມີພະລັງຫຼາຍທີ່ສຸດ

    ໂຕບະຄອນໃນວີດີໂອເກມ ສ່ວນໃຫຍ່ຜູ້ສ້າງຈະຈັດໜັກໃຫ້ມີພະລັງສູງຢູ່ແລ້ວ ແຕ່ເຖິງຢ່າງໃດກໍ່ຕາມ ບາງໂຕກໍ່ມີພະລັງແບບເກີນຄວາມຈິງຫຼາຍໂພດ ແລະ ທາງຊ່ອງ Watchmojo ໄດ້ຈັດ 10 ອັນດັບໂຕລະຄອນ ທີ່ມີພະລັງທີ່ສຸດໃນໂລກວີດີໂອເກມ ເຊິ່ງເປັນໄປຕາມນີ້:

    10Sephiroth ໂຕຮ້າຍໃນຕຳນານຈາກ Final Fantasy 7 ຜູ້ທີ່ມີຄວາມໂຫດ ແລະ ໃຊ້ດາບສະມູໄລທີ່ມີຄວາມຍາວກວ່າປົກກະຕິ.

    9Oni ຈາກເກມ Street Fighter ໂດຍລາວເປັນບອສລັບ ທີ່ເປັນຄືກັບຮ່າງອັນແຂງແກ່ນຂອງ Akuma.

    8The Apprentice ຫຼື Starkiller Star Wars Force Unleashed ທີ່ມີພະລັງຂະໜາດທີ່ ສາມາດທຳລາຍຍານທັງລຳໄດ້.

    7Alex Mercer ຈາກເກມ Prototype ເກມແນວ GTA ທີ່ມີພະລັງທຳລາຍເໜືອມະນຸດ.

    6Bayonetta ແມ່ມົດສາວໃສ່ແວ່ນ ທີ່ມີພະລັງທຳລາຍ ແລະ ທ່າໄມ້ຕາຍທີ່ເລົ້າໃຈ.

    5Mewtwo ໂຕ Pokemon ສາຍຕໍ່ສູ້ທີ່ຈັດໜັກເລື່ອງທ່າໄມ້ຕາຍ.

    4Kratos ຈາກເກມ God Of War ຫົວໂລ້ນຜູ້ມີພະລັງຂະໜາດຂ້າເທບໃຫ້ໝົດໄດ້.

    3Dante ຈາກເກມ Devil May Cry ນັກຂ້າປີສາດໃນຕຳນານທີ່ເວີຊັ່ນທຳອິດທັງເກັ່ງ ແລະ ມີລີລາສຸດກວນ.

    2Kirby ໂຕລະຄອນໜ້າຮັກຫຼາຍຈາກ Nintendo ທີ່ມີພະລັງກິນໄດ້ທຸກຢ່າງ ແຖມຍັງມີຄວາມສາມາດລັກພະລັງມາໃຊ້ງານໄດ້.

    1Asura ຈາກເກມ Asura’s Wrath ທີ່ມີພະລັງກຳຈັດສັດຕູ ທີ່ມີຂະໜາດໃຫຍ່ກວ່າໂລກທັງໜ່ວຍໄດ້.

    ມາເບິ່ງວີດີໂອການຈັດອັນດັບໄດ້ເລີຍ.

     ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com
    ຂອບໃຈແຫຼ່ງຂ່າວຈາກ: watchmojo

    ไม่มีความคิดเห็น:

    แสดงความคิดเห็น