ເປີດໂຕກັນແລ້ວສະມາດໂຟນ
Pixel ຜະລິດຕະພັນລຸ່ນໃໝ່ສຸດຂອງ Google (ກົດເພື່ອອ່ານຂ່າວນີ້)
ເຊິ່ງນອກຈາກສະເປັກທີ່ແຮງ ພ້ອມດ້ວຍດີໄຊນ໌ລະດັບພຣີມ່ຽມແລ້ວ
ກໍ່ຍັງມີລາຄາສູງທຽບເທົ່າສະມາດໂຟນເຮືອທຸງຂອງຄ້າຍໃຫຍ່ໆເລີຍ ໂດຍສະເພາະ iPhone
ຈາກ Apple.
ເຖິງແມ່ນວ່າ iPhone 7 Plus ຈາກ Apple ຈະເປັນ iPhone ທີ່ດີທີ່ສຸດຂອງ
Apple ແຕ່ Pixel ກໍ່ຍັງມີສິ່ງທີ່ໜ້າສົນໃຈຫຼາຍກວ່າ iPhone 7 Plus ຢູ່ 5
ສິ່ງດ້ວຍກັນຄື:
1 ໜ້າຈໍທີ່ຄັກກວ່າ
Pixel
ແລະ Pixel XL ມາພ້ອມກັບໜ້າຈໍ Full HD ແລະ QHD ຕາມລຳດັບ ແລະ
ເມື່ອໃຊ້ງານຮ່ວມກັບ Daydream VR ນັ້ນກໍ່ເຮັດໃຫ້ພາບຄົມຊັດຫຼາຍ, ສ່ວນ iPhone 7
ແລະ iPhone 7 Plus ນັ້ນມີຄວາມລະອຽດຢູ່ທີ່ 720p ແລະ 1080p
ຕາມລຳດັບເທົ່ານັ້ນ.
2 ມີຊ່ອງສຽບຫູຟັງ (ຮ່າຮ່າ)
ເລີ່ມຈາກທີ່ Apple ຖອດຫູຟັງອອກຈາກ iPhone 7 ແຕ່ຖ້າເຈົ້າຍັງຕ້ອງການຊ່ອງຊຸບຫູຟັງໂດຍກັງ, Pixel ກໍ່ຍັງເປັນທາງເລືອກທີ່ດີກວ່າ iPhone 7.
3 ອັບໂຫຼດຮູບໄດ້ແບບບໍ່ຈຳກັດ
ຖືວ່າເປັນສິດທິພິເສດສຳລັບຜູ້ໃຊ້ງານຂອງ
Google Pixel ເນື່ອງຈາກ Google ໄດ້ເປີດໃຫ້ຜູ້ໃຊ້ງານ Pixel
ທຸກຄົນສາມາດອັບໂຫຼດຮູບພາບໂດຍບໍ່ຈຳກັດ. ຖືວ່າເປັນຈຸດແຂງກວ່າ iCloud ຂອງ
Apple ເນື່ອງຈາກ iCloud ນັ້ນໃຫ້ໜ່ວຍຄວາມຈຳມາພຽງ 5GB ເທົ່ານັ້ນ.
4 ກ້ອງທີ່ດີທີ່ສຸດ
Google
ຢືນຢັນວ່າ Pixel ນັ້ນມີກ້ອງທີ່ດີທີ່ສຸດໃນບັນດາສະມາດໂຟນ ຈາກຄະແນນຂອງ
DxOMark ເຊິ່ງໄດ້ຄະແນນສູງກວ່າ iPhone 7 ແລະ Galaxy S7 Edge.
ແຕ່ເຖິງຢ່າງໃດກໍ່ຕາມ ນີ້ເປັນຜົນຂອງຄະແນນຈາກການທົດສອບເທົ່ານັ້ນ
ຕ້ອງໄດ້ເບິ່ງພາບປຽບທຽບໂຕຈິງກັນອີກເທື່ອໃນອະນາຄົດ.
5 24/7 Customer Care
ບໍລິການໃໝ່ສະເພາະ
Google Pixel ອີກແລ້ວ, ບໍລິການດັ່ງກ່າວຈະແຕກຕ່າງຈາກ Apple
ບ່ອນທີ່ຜູ້ໃຊ້ງານຕ້ອງນຳເຄື່ອງໄປທີ່ Apple Store ຫຼື Genius Bar
ເພື່ອຍື່ນເລື່ອງແກ້ໄຂບັນຫາ ແຕ່ສຳລັບ Pixel ນັ້ນ
ຜູ້ໃຊ້ງານສາມາດຕິດຕໍ່ກັບທີມຊ່ວຍເຫຼືອໄດ້ຜ່ານໂຕເຄື່ອງເລີຍ.
ທັງໝົດນີ້ແມ່ນ 5 ເຫດຜົນສຳຄັນທີ່ Pixel ນັ້ນເປັນຕາຊື້ຫຼາຍກວ່າ iPhone 7
Plus ແຕ່ຢ່າງໃດກໍ່ຕາມບັນດາເຫດຜົນເຫຼົ່ານີ້ ກໍ່ບໍ່ສາມາດບົ່ງບອກໄດ້ວ່າ Pixel
ດີກວ່າ iPhone.
ຂອບໃຈແຫຼ່ງຂ່າວຈາກ: beartai , TechnoBuffalo , devcrown
ไม่มีความคิดเห็น:
แสดงความคิดเห็น