ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 7 ตุลาคม พ.ศ. 2559

    ຊ໊ອກຄາໂຮງໜັງ! 5 ໜັງ ທີ່ມີຄົນຕາຍລະຫວ່າງເບິ່ງມາແລ້ວ

    ມື້ນີ້ທາງ DevCrown.com ຈະພາຜູ້ອ່ານທຸກຄົນມາພົບກັບ 5 ໜັງດັງ ທີ່ເຮັດໃຫ້ຄົນເບິ່ງອິນກັບມັນແຮງ ແລະ ເສຍຊີວິດລະຫວ່າງທີ່ເບິ່ງມັນມາແລ້ວ ມີທັງແນວສະຫຍອງຂວັນ, ໜັງແຟນຕາຊີ ຫຼື ແມ້ນແຕ່ໜັງຄວາມຮັກ. ພ້ອມແລ້ວໄປເບິ່ງນຳກັນເລີຍ.

    1The Conjuring 2 (2016)

    ຄວາມເປັນຕາຢ້ານຂອງໜັງເລື່ອງນີ້ ອາດເຮັດໃຫ້ຫຼາຍຄົນຢ້ານຈົນນອນບໍ່ຫຼັບ ແຕ່ສຳລັບຜູ້ຊົມຊາຍຊາວອິນເດຍຄົນໜຶ່ງ ໜັງນີ້ເຮັດໃຫ້ລາວເສຍຊີວິດກັນເລີຍ  ໂດຍເມື່ອວັນທີ 17 ມິຖຸນາ 2016 ໄດ້ມີລາຍງານວ່າຊາຍໄວ 65 ໃນລັດທະມິນາທູ ໄດ້ເສຍຊີວິດໃນລະຫວ່າງເບິ່ງສາກສຸດທ້າຍຂອງໜັງ The Conjuring 2, ຫຼັງຈາກນັ້ນລາວໄດ້ຈົ່ມວ່າຕົນເອງເຈັບໜ້າເອິກຂະນະເບິ່ງໜັງ ແລະ ສຸດທ້າຍກໍ່ຂາດໃຈຕາຍ. ແຕ່ຢ່າງໃດກໍ່ຕາມສິ່ງທີ່ເປັນຕາຢ້ານໄປກວ່ານັ້ນແມ່ນ ລະຫວ່າງທີ່ສົບຂອງລາວຖືກສົ່ງໄປຊັນນະສູດທີ່ໂຮງໝໍແຫ່ງໜຶ່ງ ທັງສົບ ແລະ ຄົນຂັບລົດນັ້ນເກີດຫາຍໄປຢ່າງໄຮ້ລ່ອງລອຍ.

    2The Twilight Saga: Eclipse (2010)

    ຂະນະທີ່ຫຼາຍຄົນມັກເວົ້າຫຼິ້ນໆວ່າຍອມຕາຍດີກວ່າຫາກຕ້ອງເບິ່ງໜັງ Twilight ແຕ່ຮູ້ ຫຼື ບໍ່ມີຄົນເສຍຊີວິດລະຫວ່າງການເບິ່ງໜັງເລື່ອງນີ້ແທ້ໆ ໂດຍເຫດການເກີດຂຶ້ນກັບຊາຍໄວ 23 ທີ່ລັກເຂົ້າໄປເບິ່ງໜັງເລື່ອງ The Twilight Saga: Eclipse ໃນເມືອງເວລລິງຕັນ, ປະເທດນິວຊີແລນ. ກ່ອນທີ່ພະນັກງານຂອງໂຮງໜັງຈະພົບວ່າ ລາວໝົດສະຕິພ້ອມກັບຂວດວິສກີ້ລ້າໆ ທີ່ຕົກຢູ່ເທິງພື້ນ ເຊິ່ງພາຍຫຼັງມີການລາຍງານອອກມາວ່າ: ລາວເສຍຊີວິດດ້ວຍພາວະແອລກໍຮອລເປັນພິດ  ແລະ ລາວເປັນຄົນທີ່ມີບັນຫາເລື່ອງການດື່ມເຫຼົ້າມານານແລ້ວ.

    3Avatar (2009)

    ເຈມສ໌ ຄາເມຣອນ (James Cameron) ສ້າງໜັງເລື່ອງ Avatar ດ້ວຍເທັກນິກແປກຕາ ເຊິ່ງອາດຈະເປັນການຕື່ນເຕັ້ນເກີນໄປສຳລັບຊາຍໄວ 42 ປີຊາວໄຕ້ຫວັນ ທີ່ອອກອາການບໍ່ຄ່ອຍດີລະຫວ່າງເບິ່ງໜັງ ແລະ ໝົດສະຕິດ້ວຍອາການສະໝອງຂາດເລືອດຢ່າງຮຸນແຮງ ເມື່ອລາວມາຮອດມືແພດທີ່ຫ້ອງສຸກເສີນ, ກ່ອນທີ່ລາວຈະເສຍຊີວິດຫຼັງຈາກນັ້ນ 11 ວັນ ໂດຍແພດໄດ້ວິນິດໄສວ່າລາວ “ຕື່ນເຕັ້ນຈາກການເບິ່ງໜັງຫຼາຍເກີນໄປ” ແລະ ຊາຍຄົນດັ່ງກ່າວມີບັນຫາເລື່ອງຄວາມດັນເລືອດສູງມາກ່ອນແລ້ວ.

    4The Passion of the Christ (2004)

    ຜູ້ກຳກັບ ເມລ ກິບສັນ (Mel Gibson) ເລົ່າເລື່ອງໃນຊ່ວງທີ່ພະເຢຊູຖືກຢຶດຕິດກັບໄມ້ກາງເຂນ ທີ່ຫຼາຍຄົນໄດ້ວິຈານວ່າໜັງໃຊ້ຄວາມຮຸນແຮງຂ່ອນຂ້າງຫຼາຍ ເຊິ່ງໃນຊ່ວງທີ່ໜັງເຂົ້າສາຍເມື່ອປີ 2004 ມີຢູ່ 2 ເຫດການທີ່ຜູ້ຊົມເສຍຊີວິດໃນໂຮງໜັງ ເຫດການທຳອິດເກີດຂຶ້ນເມື່ອເດືອນກຸມພາ 2004 ເມື່ອຜູ້ຍິງໄວ 56 ໃນລັດແຄນຊັສ ເກີດອາການຫົວໃຈວາຍກະທັນຫັນລະຫວ່າງເບິ່ງສາກຢຶດຕິດກັບໄມ້ກາງເຂນ ເຊິ່ງເປັນສ່ວນທີ່ໜ້າສະເທືອນໃຈທີ່ສຸດຂອງໜັງ, ສ່ວນໃນອີກ 1 ເດືອນຕໍ່ມາ ເຫດການໃນລັກສະນະດຽວກັນກໍ່ເກີດກັບຊາຍຊາວບຣາຊິລໄວ 43 ທີ່ຢູ່ຊື່ໆກໍ່ໝົດສະຕິ ຂະນະທີ່ເບິ່ງໜັງຂ້າງເມຍ ໂດຍລາວໄດ້ຮັບການຊ່ວຍເຫຼືອເບື້ອງຕົນໃນໂຮງໜັງ ແຕ່ກໍ່ເສຍຊີວິດໃນທີ່ສຸດ.

    5Aliens (1986)

    Aliens ອາດບໍ່ແມ່ນໜັງເປັນຕາຢ້ານສຳລັບບາງຄົນ ແຕ່ສຳລັບນັກຮຽນຊາຍຄົນໜຶ່ງໃນປະເທດອິນເດຍ ແລະ ນີ້ອາດເປັນສາເຫດຂອງການເສຍຊີວິດຢ່າງເປັນປິດສະໜາ ໂດຍລະຫວ່າງການຮ່ວມກິດຈະກຳເບິ່ງໜັງສະຫຍອງຂວັນແບບມາຣາທອນ, ນັກຮຽນຄົນດັ່ງກ່າວໄດ້ອອກໄປເຂົ້າຫ້ອງນໍ້າ ກ່ອນທີ່ຈະອອກມາດ້ານນອກ ແລ້ວເລີ່ມຮ້ອງດ້ວຍອາການຊ໊ອກ ແລະ ໄດ້ເສຍຊີວິດຫຼັງຈາກນັ້ນບໍ່ດົນ, ເຊິ່ງສຳນັກຂ່າວ Times of India ລາຍງານເມື່ອເດືອນທັນວາ 2010 ວ່າບໍ່ມີຄົນເບິ່ງໜັງຜູ້ໃດ ຮັບຮູ້ເຖິງຄວາມຜິດປົກກະຕິດັ່ງກ່າວ ຈົນກະທັ່ງມີຄົນມາພົບລາວ ແຕ່ກໍ່ບໍ່ສາມາດຊ່ວຍຊີວິດລາວໄດ້ທັນ.
    ແມ່ນແທ້ທີ່ວ່າເນື້ອຫາຂອງໜັງ ອາດບໍ່ແມ່ນປັດໄຈຫຼັກຂອງການເສຍຊີວິດຄາໂຮງ ເພາະບັນຫາສຸຂະພາບຂອງຜູ້ເບິ່ງ ແມ່ນສິ່ງທີ່ສຳຄັນໃນຫຼາຍກໍລະນີ. ດັ່ງນັ້ນ, ຄວນກວດສອບຮ່າງກາຍຂອງເຈົ້າກ່ອນວ່າພ້ອມ ຫຼື ບໍ່ ເຫດການແບບນີ້ຈຶ່ງຈະບໍ່ໄດ້ເກີດຂຶ້ນກັບເຈົ້າ ຫຼື ຄົນໃກ້ໂຕ.
     ຂອບໃຈແຫຼ່ງຂ່າວຈາກ: devcrown
    ຂອບໃຈແຫຼ່ງຂ່າວຈາກ: looper

    ไม่มีความคิดเห็น:

    แสดงความคิดเห็น