ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 7 ตุลาคม พ.ศ. 2559

    ດອນນີ່ ເຢນ ຢືນຢັນ Ip Man ພາກ 4 ມາແນ່ນອນ!

    ສຳລັບຄົນທີ່ມັກສິລະປະການຕໍ່ສູ້ກັງຟູຢົງຊຸ່ນຂອງອາຈານ ຢິບມັນ ກຽມເຮໄດ້ເລີຍ ເພາະລ່າສຸດ ດອນນີ່ ເຢນ ຢືນຢັນຜ່ານອິນສະຕາແກຣມສ່ວນໂຕ @Donnie Yen ວ່າ: ລາວ ແລະ ຜູ້ກຳກັບຊາວຮ່ອງກົງ ວິລສັນ ຢິບ (Wilson Yip) ກຳລັງຈະສານຕໍ່ການຕໍ່ສູ້ແບບມັນສະໃຈ ເພື່ອຖ່າຍທອດເລື່ອງລາວທີ່ຍິ່ງໃຫຍ່ຂອງນັກສູ້ສາຍເລືອດກັງຟູອາຈານ ຢິບມັນ ນຳກັນອີກເທື່ອໜຶ່ງ “ຂ້ອຍຢາກຈະແບ່ງປັນຂ່າວທີ່ໜ້າຕື່ນເຕັ້ນກັບທຸກຄົນ ວິລສັນ ຢິບ ໝູ່ຂ້ອຍ ເຊິ່ງກຳກັບໜັງ Ip man ທັງ 3 ພາກທີ່ຜ່ານມາ ຕອນນີ້ຈະກັບມາຮວມໂຕກັນໃໝ່ ແລ້ວກໍ່ຮ່ວມກັນສານຕໍ່ໂປຣເຈັກນີ້ນຳກັນ ແມ່ນແລ້ວ! ຢິ-ບ-ມັ-ນ ພາກ 4 !”.
    1-ipman2-ipman3-ipman
    ແນ່ນອນວ່າຍັງບໍ່ໄດ້ມີລາຍລະອຽດເພີ່ມຕື່ມໃນສ່ວນຂອງເນື້ອເລື່ອງ ແລະ ໃນສ່ວນຂອງນັກສະແດງທີ່ຈະເຂົ້າຮ່ວມໃນ Ip Man ພາກ 4 ເຊິ່ງມີການຄາດເກົາຈາກເວັບໄຊ້ MovieWeb ວ່າ: ເລື່ອງລາວອາດຈະດຳເນີນເລື່ອງ ຫຼັງຈາກຕໍ່ສູ້ກັບ ໄມຄ໌ ໄທສັນ (Mike Tyson) ໃນ Ip Man ພາກ 3, ທັງນີ້ຄວາມໜ້າສົນໃຈຂອງໜັງເລື່ອງ Ip Man ແມ່ນການຖ່າຍທອດສິລະປະການຕໍ່ສູ້ຜ່ານເລື່ອງລາວຂອງອາຈານ ຢິບມັນ ນັກສູ້ສາຍເລືອດກັງຟູ ທີ່ໄດ້ຊື່ວ່າເປັນລາຊານັກບູ້ມື 1 ຂອງໂລກ. ໂດຍໜັງຢິບມັນທັງ 3 ພາກທຳອິດປະສົບຜົນສຳເລັດຢ່າງສູງ ແລະ ໄດ້ຮັບຜົນຕອບທີ່ດີຈາກບັນດາແຟນຄລັບ.

    5-ipman

     ຂອບໃຈແຫຼ່ງຂ່າວຈາກ:devcrown
    ຂອບໃຈແຫຼ່ງຂ່າວຈາກ: kapook

    ไม่มีความคิดเห็น:

    แสดงความคิดเห็น