ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 7 ตุลาคม พ.ศ. 2559

    ຮອດເວລາຂອງເຈົ້າຍິງຝັ່ງອາຊີ! Disney ປະກາດຣີເມກ Mulan ພ້ອມສາຍປີ 2018

    ຊ່ວງນີ້ Disney ມັກເອົາໜັງອະນິເມຊັ່ນເກົ່າໆ ມາຣີເມກຕະຫຼອດເລີຍ ບໍ່ວ່າຈະເປັນເລື່ອງ Lion King ທີ່ເຄີຍສະເໜີໄປກ່ອນໜ້ານີ້ (ກົດເພື່ອອ່ານ) ຫຼື Beauty and the Beast ທີ່ໄດ້ນັກສະແດງສາວງາມຂວັນໃຈໜຸ່ມໆ (ລວມທັງຜູ້ຂຽນ) ຢ່າງ Emma Watson ມາເປັນນັກສະແດງຫຼັກ, ມາຮອດຕອນນີ້ເປັນຄິວຂອງ ຍອດນັກຮົບຍິງແຫ່ງປະເທດຈີນ Mulan ທີ່ເຄີຍຖືກສ້າງເປັນອະນິເມຊັ່ນໄວ້ເມື່ອປີ 1998 ໂດຍຈະຖືກສ້າງເປັນໜັງ ທີ່ມີຮູບແບບດຽວກັນກັບ The Jungle Book (ເມົາຄີ) ແລະ Beauty and the Beast.
    1-mulan-remake
    ສຳລັບໝູ່ຄູ່ທີ່ຈື່ບໍ່ໄດ້ ຫຼື ບໍ່ເຄີຍຮູ້ວ່າ Mulan ເປັນເລື່ອງແນວໃດ ທາງ DevCrown.com ຂໍສະຫຼຸບໃຫ້ຟັງແບບຫຍໍ້ໆກັນເລີຍ Mulan ເປັນຜູ້ຍິງຊາວຈີນທີ່ປອມໂຕເປັນຜູ້ຊາຍ ເພື່ອອອກໄປຮົບ ແລະ ມີມັງກອນຄູ່ໃຈທີ່ຊື່ວ່າ Mushu (ບອກເທົ່ານີ້ເນາະ ດຽວໜັງອອກມາຊິເບິ່ງບໍ່ມ່ວນ ເພາະຮູ້ເນື້ອເລື່ອງເກືອບໝົດ) ເຊິ່ງຕອນນີ້ທາງ Disney ກໍ່ບໍ່ໄດ້ບອກລາຍລະອຽດຢ່າງເປັນທາງການກ່ຽວກັບຜູ້ກຳກັບ ແລະ ນັກສະແດງຍິງຊາວຈີນທີ່ຈະມາຮັບບົດເປັນ Mulan, ຮູ້ພຽງວ່າໜັງເລື່ອງນີ້ຈະສາຍວັນທີ 2 ພະຈິກ 2018.
    ທາງຜູ້ຂຽນຢາກໃຫ້ ຟ່ານ ປິງ ປິງ ມາຮັບບົດເປັນ Mulan ເດ, ແລ້ວຜູ້ອ່ານເດຢາກໃຫ້ເປັນໃຜ?
    mulan-remake-fan-bingbing
    ຟ່ານ ປິງປິງ
    ຂອບໃຈແຫຼ່ງຂ່າວຈາກ: polygon , avclub , hollywoodreporter , devcrown

    ไม่มีความคิดเห็น:

    แสดงความคิดเห็น