ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 3 มกราคม พ.ศ. 2560

    ຊີຣີ່ດັງ Game of Thrones ຄອງແຊ້ມເປັນປີທີ່ 5 ທີ່ຖືກດາວໂຫຼດເຖື່ອນຫຼາຍສຸດປີ 2016

    ผลการค้นหารูปภาพสำหรับ Game of Thrones
    ຄວາມນິຍົມໃນໂຕຂອງຊີຣີ່ Game of Thrones ພິສູດໄດ້ຈາກເຣຕຕິ້ງທາງຊ່ອງ HBO ທີ່ຍັງຄົງໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ແຕ່ວ່າແນວໃດກໍ່ຕາມກະແສຄວາມແຮງ ຍັງສາມາດວັດໄດ້ຈາກ ການດາວໂຫຼດແບບຜິດກົດໝາຍອີກດ້ວຍ ໂດຍເມື່ອວັນທີ 26 ທັນວາ 2016 ເວັບໄຊ້ເກັບຂໍ້ມູນການລະເມີດລິຂະສິດ TorrentFreak ເປີດເຜີຍລາຍຊື່ຂອງຊີຣີ່ ທີ່ຖືກດາວໂຫຼດແບບລະເມີດລິຂະສິດຜ່ານ BitTorrent ຫຼາຍທີ່ສຸດໃນປີ 2016 ເຊິ່ງຜົນອອກມາວ່າ Game of Thrones ຄອງອັນດັບ 1 ຕິດຕໍ່ກັນເປັນປີທີ່ 5 ຕາມມາກັບຂາປະຈຳແບບ The Walking Dead ທີ່ປີທີ່ແລ້ວກໍ່ຢູ່ໃນອັນດັບນີ້, ສ່ວນອັນດັບ 3 ຕົກເປັນຂອງຊີຣີ່ແນວໄຊໄຟເລື່ອງໃໝ່ແບບ Westworld ທີ່ຊ່ອງ HBO ຕັ້ງໃຈປັ້ນໃຫ້ເປັນໂຕແທນຂອງ Game of Thrones ໂດຍ 10 ອັນດັບ ມີດັ່ງຕໍ່ໄປນີ້:
    1. Game of Thrones
    2. The Walking Dead
    3. Westworld
    4. The Flash
    5. Arrow
    6. The Big Bang Theory
    7. Vikings
    8. Lucifer
    9. Suits
    10. The Grand Tour
    ເວັບໄຊ້ TorrentFreak ຕັ້ງຂໍ້ສັງເກດເພີ່ມຕື່ມວ່າ ໃນໄລຍະຫຼັງໆຜູ້ໃຊ້ BitTorrent ນິຍົມດາວໂຫຼດໄຟລ໌ວີດີໂອ ທີ່ມີຄຸນະພາບສູງຂຶ້ນ ຈາກຄວາມລະອຽດ 480p ຂຶ້ນເປັນ 720p ໄປຈົນຮອດ 1080p ເຊິ່ງຜັນປ່ຽນໄປຕາມຄຸນະພາບຂອງອິນເຕີເນັດ ທີ່ພັດທະນາດີຂຶ້ນເລື້ອຍໆ. ສ່ວນໃນປີ 2017 ເຮົາຕ້ອງມາເບິ່ງນຳກັນວ່າ Game of Thrones ຈະຄອງອັນດັບ 1 ຕິດຕໍ່ກັນເປັນປີທີ່ 6 ໄດ້ ຫຼື ບໍ່?.
    capture


    ຂອບໃຈແຫຼ່ງຂ່າວຈາກ: TorrentFreak
    ຂອບໃຈແຫຼ່ງຂ່າວຈາກ:devcrown

    ไม่มีความคิดเห็น:

    แสดงความคิดเห็น