ເຮືອກ່ຳປັ່ນລົບ BRP Gregorio Del Pilar ຂອງຟີລິບປິນ ຈອດຢູ່ທີ່ທ່າເຮືອ ນະຄອນ Manila, ປະເທດຟີລິບປິນ.
ຟີລິບປິນ ສະແດງຮ່ອງຮອຍໃໝ່ໃຫ້ເຫັນໃນເດືອນນີ້ ເຖິງການເສີມຄວາມເຂັ້ມແຂງ
ໃນການເປັນພັນທະມິດກັບຈີນ ແລະ ການລົດສາຍສຳພັນລົງ ກັບສະຫະລັດ ທີ່ເປັນພັນທະມິດເກົ່າ ໂດຍເຮັດໃຫ້ປັກກິ່ງ ກາຍເປັນຄູ່ພາຄີທີ່ສຳຄັນ ໃນເລື່ອງທີ່ ເປັນບັນຫາຖົກຖຽງກັນ ກ່ຽວກັບການຂະຫຍາຍການອ້າງກຳມະສິດທາງທະເລ
ຂອງຕົນ ແລະ ມານີລາ ຈະເປັນແຫລ່ງຂອງການລົງທຶນ ໄລຍະຍາວນັ້ນ.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte (ຊ້າຍ) ແລະ ທ່ານ Zhang Dejiang, ປະທານ ຄະນະກຳມາທິການ ສະພາປະຊາຊົນ ຈີນ ຈັດກອງປະຊຸມຢູ່ທີ່ ຫໍປະຊາຊົນທີ່ຍິ່ງໃຫຍ່ ໃນນະຄອນຫຼວງປັກກິ່ງ.
ໜ່ວຍຍາມຝັ່ງ ຂອງຈີນ ແລະ ຟີລິບປິນ ໄດ້ພົບປະກັນເປັນຄັ້ງທຳອິດ ໃນວັນສຸກມື້ນີ້ ທີ່ນະຄອນຫຼວງ ມານີລາ ແລະ ໄດ້ຕົກລົງຈະດຳເນີນການຮ່ວມມື ໃນດ້ານການເດີນ
ເຮືອທາງທະເລ. ທັງສອງປະເທດນີ້ ຕ່າງກໍອ້າງເອົາກຳມະສິດ ໃນທະເລຈີນໃຕ້ ກວມ ກັນຈຶ່ງກໍ່ໃຫ້ເກີດມີການບໍ່ລົງຮອຍກັນ ທີ່ພາໃຫ້ຟີລິບປິນ ນຳເອົາຈີນ ຂຶ້ນສານໂລກ
ແລະ ກໍໄດ້ຮັບໄຊຊະນະໃນຄະດີດັ່ງກ່າວເມື່ອເດືອນກໍລະກົດ ຜ່ານມາ.

ໃນວັນອາທິດ ຜ່ານມາ ລັດຖະມົນຕີປ້ອງກັນປະເທດ ຂອງຟີລິບປິນ ໄດ້ກ່າວວ່າ
ທ່ານ ບໍ່ຮູ້ວ່າ ກອງທັບເຮືອສະຫະລັດ ໄດ້ນຳໃຊ້ເຮືອດຳນ້ຳທີ່ບໍ່ມີຄົນຂັບ ພຽງ 100 ກິໂລແມັດ ຢູ່ນອກຝັ່ງຂອງປະເທດຕົນ. ເຮືອກ່ຳປັ່ນຊູຊີບ ຂອງກອງທັບເຮືອຈີນ ໄດ້ຍຶດເອົາເຄື່ອງດຳນ້ຳດັ່ງກ່າວ ຈຶ່ງໄດ້ກໍ່ໃຫ້ເກີດມີການຜິດຖຽງກັນ ກັບສະຫະລັດ ຊຶ່ງບັນຫານີ້ກໍໄດ້ຮັບການແກ້ໄຂໄປແລ້ວ ເວລາຈີນສົ່ງເຄື່ອງດຳນ້ຳນັ້ນ ຄືນໃຫ້ແກ່ ສະຫະລັດ.

ເກາະແຫ່ງນຶ່ງທີ່ປາກົດວ່າ ໄດ້ຖືກຖົມຂຶ້ນມາ ທີ່ເຫັນໄດ້ໃນເຂດ ອ້ອມແອ້ມໂຂດຫີນປະກາລັງ Fiery Cross Reef ໃນເຂດທີ່ເປັນບັນຫາຂັດແຍ້ງກັນ ທີ່ໝູ່ເກາະ Spratly ໃນທະເລຈີນໃຕ້, ພາບນີ້ຖ່າຍ ຈາກເຮືອບິນສອດແນມ P-8A Poseidon ທີ່ສະໜອງໃຫ້ໂດຍ ກອງທັບເຮືອສະຫະລັດ.
ໃນການໃຫ້ຄຳເຫັນກ່ຽວກັບການປະເຊີນໜ້າລະຫວ່າງ ສະຫະລັດ ກັບຈີນ ໃນ
ເຂດດັ່ງກ່າວ ຂອງທະເລຈີນໃຕ້ນັ້ນ ລັດຖະມົນຕີປ້ອງກັນປະເທດ ຂອງຟີລິບປິນ ໄດ້ກ່າວວ່າ ປະເທດຂອງທ່ານ ຈະບໍ່ຄັດຄ້ານ ຕໍ່ກິດຈະກຳຂອງກອງທັບເຮືອຈີນ
ຢູ່ໃນບໍລິເວນນັ້ນ.

ທ່ານ Carl Baker ຜູ້ອຳນວຍການໂຄງການການວິເຄາະ Pacific Forum CSIS ຢູ່ໃນນະຄອນ Hanolulu ລັດ Hawaii ໄດ້ກ່າວວ່າ “ຟີລິບປິນ ໄດ້ເອົາວິທີການ ທີ່ບໍ່ຮຸນແຮງຕໍ່ຈຸດຢືນຂອງຈີນ ກ່ຽວກັບສະຖານະການຂອງການອ້າງເອົາກຳມະສິດ ໃນທະເລຈີນໃຕ້.” ທ່ານກ່າວຕື່ມວ່າ “ສຳລັບສິ່ງໜຶ່ງແລ້ວ ຟີລິບປິນ ໄດ້ກ່າວວ່າ
ດຽວນີ້ ຕົນເຫັນດີນຳຈີນ ທີ່ວ່່າ ການເຈລະຈາສອງຝ່າຍ ແມ່ນເປັນແນວທາງທີ່ດີ
ທີ່ສຸດ ເພື່ອແກ້ໄຂບັນຫາຂັດແຍ່ງດ້ານເຂດນ້ຳແດນດິນ ແລະ ວ່າ ໃນຊ່ວງເວລານີ້ ພວກເຂົາເຈົ້າ ຕ້ອງປັບໃຫ້ເຂົ້າກັນ ໃນເລື່ອງການ ອ້າງເອົາກຳມະສິດແຂ່ງກັນນີ້.”

ການເຈລະຈາສອງຝ່າຍນີ້ ອາດຈະເປັນທາງເລືອກ ແທນສານໂລກ.
ຂອບໃຈຂ່າວຈາກ:http://lao.voanews.com/
ไม่มีความคิดเห็น:
แสดงความคิดเห็น