Emoji ຫຼື ຮູບພາບຂະໜາດນ້ອຍ ທີ່ເຮົາໃຊ້ສົ່ງຕໍ່ກັນໃນໂລກໂຊຊ່ຽລ ແທນການສື່ອາລົມ ກຳລັງຖືກສ້າງເປັນໜັງອະນິເມຊັ່ນ 3 ມິຕິ ລ່າສຸດໄດ້ມີຕົວຢ່າງໜັງສັ້ນອອກມາໃຫ້ເບິ່ງກັນແລ້ວ ຖືເປັນ Trailer ຫຼື ຕົວຢ່າງໜັງທຳອິດ ທີ່ປ່ອຍອອກມາ ໂດຍເນື້ອເລື່ອງຈະມີການເລົ່າເຖິງໂລກ Emoji ທີ່ແຝງໂຕຢູ່ໃນມືຖື ພວກຊາວ Emoji ຈະມີເມືອງຂອງຕົນເອງຊື່ Textopolis, ມີໂຕລະຄອນຫຼັກຢູ່ 3 ໂຕໄດ້ແກ່ Gene ໃຫ້ສຽງໂດຍ T.J. Miller, Hi-5 ໃຫ້ສຽງໂດຍ James Corden ແລະ Jailbreak ໃຫ້ສຽງໂດຍ Ilana Glazer ສ່ວນວ່າ ເລື່ອງລາວຈະດຳເນີນໄປແນວໃດນັ້ນ ຍັງບໍ່ໄດ້ມີການເປີດເຜີຍ.
Emoji Movie ມີກຳນົດເຂົ້າສາຍໃນເດືອນສິງຫາ 2017 ກຳກັບໂດຍ Anthony Leondis ເຊິ່ງເຄີຍກຳກັບ Lilo & Stitch 2: Stitch Has a Glitch, Kung Fu Panda: Secrets of the Masters ແລະ ຍັງມີສ່ວນຮ່ວມໃນເລື່ອງ The Prince of Egypt ແລະ The Lion King II: Simba’s Pride, ອຳນວຍການສ້າງໂດຍ Columbia Pictures ແລະ Sony Pictures Animation.

ຂອບໃຈແຫຼ່ງຂ່າວຈາກ: IMDb
ຂອບໃຈແຫຼ່ງຂ່າວຈາກ: devcrown

ไม่มีความคิดเห็น:
แสดงความคิดเห็น