DB Breweries ບໍລິສັດຜູ້ຜະລິດເບຍ ໃນປະເທດນິວຊີແລນ ເປີດໂຕ DB Export Beer Bottle Sand ນະວັດຕະກຳຍ່ອຍສະຫຼາຍ ກວດຮູບແບບໃໝ່ ທີ່ປ່ຽນກວດເບຍທີ່ໃຊ້ແລ້ວ ໃຫ້ກາຍເປັນເມັດຊາຍ. Sean O’ Donnell ຜູ້ພັດທະນາໂຄງການໃຫ້ຂໍ້ມູນວ່າ ປະຈຸບັນຊາຍຫາດຫຼາຍແຫ່ງຂອງນິວຊີແລນ ກຳລັງປະສົບບັນຫາຂາດແຄນຊາຍ ເນື່ອງຈາກຊາຍຖືກຂຸດໄປໃຊ້ ໃນວົງການອຸດສະຫະກຳ ເປັນຈຳນວນຫຼວງຫຼາຍ.
DB Breweries ຈຶ່ງຄິດຄົ້ນນະວັດຕະກຳໃໝ່ຂອງການດື່ມເບຍ ທີ່ຈະເຮັດໃຫ້ຜູ້ບໍລິໂພກ ຊ່ວຍການຮັກສາຊາຍຫາດໄປພ້ອມໆກັບການດື່ມເບຍ ດ້ວຍການພັດທະນາເຄື່ອງ DB Export Beer Bottle Sand ຫຼື ເຄື່ອງຍ່ອຍສະຫຼາຍກວດໃຫ້ເປັນເມັດຊາຍ. ເມື່ອໃສ່ກວດເຂົ້າໄປ ເຄື່ອງກໍ່ຈະເຂົ້າສູ່ຂະບວນການຍ່ອຍສະຫຼາຍທັນທີ ກວດກໍ່ຈະຖືກຍ່ອຍສະຫຼາຍໃຫ້ກາຍເປັນເມັດຊາຍ ດ້ວຍລະບົບສູນຍາກາດ ໂດຍເບຍ 1 ກວດ ຈະໄດ້ຊາຍປະມານ 200 ກຣັມ ພາຍໃນໄລຍະເວລາພຽງ 5 ວິນາທີເທົ່ານັ້ນ ເຊິ່ງຊາຍທີ່ໄດ້ຈະຖືກນຳໄປໃຊ້ກັບງານສາທາລະນະປະໂຫຍດເຊັ່ນ: ກໍ່ສ້າງຫົນທາງ, ສຳນັກງານລາຊະການ ເປັນຕົ້ນ.
ນອກຈາກເຄື່ອງ DB Export Beer Bottle Sand ຈະຕັ້ງຕາມສະຖານບັນເທີງແລ້ວ ມັນຍັງຖືກຕິດຕັ້ງໃກ້ກັບບ່ອນກໍ່ສ້າງນຳ ທີ່ຕ້ອງການແປງສະພາບກວດເບຍໃຫ້ກາຍເປັນຊາຍ ເພື່ອໃຊ້ໃນງານກໍ່ສ້າງຂອງຕົນ ນັບເປັນນະວັດຕະກຳດີດີ ທີ່ຈະຊ່ວຍແກ້ໄຂບັນຫາ ການທຳລາຍທຳມະຊາດ ໃຫ້ຫຼຸດໜ້ອຍລົງ ໜ້ອຍໜຶ່ງກໍ່ຍັງດີ.
ຂອບໃຈ:devcrown
ไม่มีความคิดเห็น:
แสดงความคิดเห็น