ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 15 มิถุนายน พ.ศ. 2560

    ຮອງ​ປະ​ທານ​ປະ​ເທດລາວ​ຢ້ຽມ​ຢາມ​ເຂດ​ນິ​ຄົມ​ປະ​ດິດ​ສ້າງວັດ​ທະ​ນະ​ທຳ​ຊາ​ດອກ​ຊ້ອນ​ຊຸນ​ລຸນ​ເມືອງ​ຝູ​ໂຈ່ວ

    ​ວັນ​ທີ 12 ມິ​ຖຸ​ນາ​ນີ້, ທ່ານ​ພັນ​ຄຳ ວິ​ພາ​ວັນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຮອງ​ປະ​ທານ​ປະ​ເທດ​ລາວພ້ອມ​ດ້ວຍ​ພັນ​ລະ​ຍາ​ແລະ​ຄະ​ນະໄດ້​ເດີນ​ທາງຢ້ຽມ​ຢາມເຂດ​ນິ​ຄົມ​ປະ​ດິດ​ສ້າງວັດ​ທະ​ນະ​ທຳ​ຊາ​ດອກ​ຊ້ອນ​ຊຸນ​ລຸນທີ່​ຕັ້ງ​ຢູ່​ເກາະ​ນານ​ຖາຍ​ເມືອງ​ຝູ​ໂຈ່ວ, ​ ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ, ເຂດ​ວາງ​ສະ​ແດງ​ສີ​ມື​ພື້ນ​ເມືອງ, ສວນ​ປູກດອກ​ຊ້ອນ​, ແລະ​ໄດ້​ຊົມ​ການ​ສະ​ແດງ​ສີ​ມື​​ການ​ຊົງຊາ​ດອກ​ຊ້ອນ​ຝູ​ໂຈ່ວ​ທີ່​ຊື່​ວ່າ "ອາ​ລົມ​ດອກ​ຊ້ອນ​ເສັ້ນ​ທາງ​ສາຍ​​ໄໝ​ທາງ​ທະ​ເລ"
    ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເຂດ​ດັ່ງ​ກ່າວ​ຂອງ​ຮອງ​ປະ​ທານ​ປະ​ເທດ​ລາວ​ໃນ​ໂອ​ກາດ​ສຳ​ເລັດ​ການ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ພັກ​ການ​ເມືອງ, ຄັງ​ປັນ​ຍາ​ແລະ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຂອງ​ປະ​ເທດບ​ຣິກ​ທີ່ ສ​ປ ຈີນ​ຈັດ​ຂຶ້ນ​ຢູ່​ແຂວງ​ຟູ​ຈ້ຽນ​ແຕ່​ວັນ​ທີ 11-12 ເດືອນ​ນີ້.







    Cr:cri-fm93

    ไม่มีความคิดเห็น:

    แสดงความคิดเห็น